ປະທານສະພາແຫ່ງຊາດ Nguyen Sinh Hung ເຮັດວຽກເຂດເສດຖະກິດ Vung Ang

ປະທານສະພາແຫ່ງຊາດ Nguyen Sinh Hung ເຮັດວຽກເຂດເສດຖະກິດ Vung Ang - ảnh 1
ເຂດ​ເສດຖະກິດ Vung Ang ມີຄວາມ​ສຳຄັນ​ພິ​ເສດ​​ທາງ​ທິດ​ເໜືອ​ພາກ​ກາງ
( ພາບ: baohatinh.vn )


( vovworld ) –   ຕອນ​ເຊົ້າ​ວັນ​ທີ 2/5, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ Nguyen Sinh Hung ພ້ອມກັບ​ຄະນະສະມາຊິກສະພາ​ແຫ່ງ​ຊາດ​ແຂວງ Ha Tinh ລົງ​​ໄປ​ກວດກາ​ຄວາມ​ຄຶບໜ້າ​ໃນ​ການ​ກໍ່ສ້າງ, ສົມທົບ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ນັກ​ລົງທຶນ, ພ້ອມ​ທັງ​ຢື້ຢາມ​ຖາມ​ຂ່າວ, ບຸກລະດົມ​ກຳ​ລັງ​ໃຈໝູ່​ຄະນະ​ພະນັກງານ, ນັກ​ວິ​ສາວະ​ກອນ, ກຳມະກອນ, ພາລະ​ກອນ, ຄົນງານ​ທີ່​ພວມ​ປະຕິບັດ​ງານ​ຢູ່​ກິດຈະກຳ​ກໍ່ສ້າງ​ເຂດ​ເສດຖະກິດ Vung Ang, ​ເມືອງ Ky Anh, ​ແຂວງ Ha Tinh. ນະທີ່​ນີ້​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໃຫ້​ຮູ້​ວ່າ; ສະພາ​ແຫ່ງ​ຊາດ, ລັດຖະບານ​ຫວຽດນາມ ພວມ​ຕັ້ງໜ້າ​ຊອກ​ຫາ​ບັນດາ​ມາດ​ຕະການທີ່ເໝາະ​ສົມ​​ ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ລະດັບ​ການພັດທະນາ​ຂອງ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ​ໃນ​​ທົ່ວ​ປະ​ເທດ​ໂດຍ​ໄວ, ​ໃນ​ນັ້ນ​ມີ​ເຂດ​ເສດຖະກິດ Vung Ang ດ້ວຍ​ຄວາມ​ສຳຄັນ​ພິ​ເສດ​​ແມ່ນ​​ເຂດຈຸດ​ສຸມ​ອຸດສາຫະກຳ​ທາງ​ທິດ​ເໜືອ​ພາກ​ກາງ. ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ລວມ​ຍ້ອນ​ຜົນ​ສະທ້ອນ​ຢ່າງ​ໜັກ​ໜ່ວງ​​ເຖິງວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ສະ​ເໜີ​ໃຫ້​ບັນດາ​ນັກ​ລົງທຶນ, ຄະນະ​ຄຸ້ມ​ຄອງ​ເຂດ​ເສ​ດຖະກິດ Vung Ang, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຄວນ​ຕັ້ງໜ້າ​ກວ່າ​ອີກ​ໃນ​ວຽກ​ງານ​ສົມທົບກັນ, ​ເປັນ​ເຈົ້າການ​ມີ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ຍູ້​ແຮງ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ, ສູ້​ຊົນນຳ​ກິດຈະກຳ​ເຂົ້າ​ເຄື່ອນ​ໄຫວ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ບໍລິ​ເວັນ​ແຂວງ.

ຂ່າວ/ບົດ​ອື່ນ