ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ເລິກ​ເຊິ່ງ​ຂອງ​ການ​ພົວ​ພັນ​ຮ່ວມ​ມື, ​ໜູນຊ່ວຍ​​ກັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ

(VOVWORLD) - ວັນທີ 3 ພະຈິກ, ຢູ່ຫໍສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ, ຫງວຽນຮຸຍຕັງ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ, Samdech Khuon Sudary,  ພາຍຫຼັງທີ່ສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII ໄດ້ຮັບການສ້າງຕັ້ງຂຶ້ນ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ເລິກ​ເຊິ່ງ​ຂອງ​ການ​ພົວ​ພັນ​ຮ່ວມ​ມື, ​ໜູນຊ່ວຍ​​ກັນ​ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 1ທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ Samdech Khuon Sudary ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ, ຫງວຽນຮຸຍຕັງ (ພາບ: VOV)

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ Samdech Khuon Sudary,  ໄດ້ເນັ້ນໜັກເຖິງຄວາມໝາຍອັນເລິກເຊິ່ງຂອງການພົວພັນຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ, ກໍຄືລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດໃນເມື່ອກ່ອນ  ກໍຄື ໃນໄລຍະສ້າງສາ, ພັດທະນາປະເທດຊາດໃນວັນນີ້; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອຢ່າງທັນການຂອງພັກ, ລັດ, ກອງທັບປະຊາຊົນ ຫວຽດນາມ ທີ່ໄດ້ຊ່ວຍປົດປ່ອຍ ກຳປູເຈຍ ລົບລ້າງລະບອບດັບສູນເຊື້ອຊາດ ປອນປົດ; ພ້ອມດຽວກັນນັ້ນ, ທ່ານກໍສະແດງຄວາມປິຕິຊົມຊື່ນຕໍການພົວພັນສາມັກຄີ, ຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ ແລະ ພວມພັດທະນາຢ່າງບໍ່ຢຸດຢັ້ງ.

        ທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ ແລະ ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ໄດ້ແລກປ່ຽນກ່ຽວກັບບາງເນື້ອໃນທີ່ກ່ຽວຂ້ອງເຖິງການພົວພັນລະຫວ່າງສອງປະເທດ, ໂດຍເຫັນດີສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ທຸກຊ່ອງທາງ ເພື່ອແບ່ງປັນບົດຮຽນ, ປະສົບການ, ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ກົນໄກຮ່ວມມື 3 ຝ່າຍ ຫວຽດນາມ - ລາວ - ກຳປູເຈຍ; ເພີມທະວີການຮ່ວມມືຢ່າງຮອບດ້ານ, ໂດຍສະເພາະແມ່ນການຄ້າ, ການລົງທຶນ, ການໜູນຊ່ວຍເຊິ່ງກັນ ແລະ ກັນ ໃນບັນດາຂົງເຂດ ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ທັງສອງຝ່າຍ.

ວັນໂດ໊ - ນັກຂ່າວ VOV ປະຈຳ ກຳປູເຈຍ

ຕອບກັບ

ຂ່າວ/ບົດ​ອື່ນ