ປະທານ​ສະພາ​ແຫ່ງ​ຊາດ: ​ຈະ​ແກ​້​ໄຂ​ກໍລະນີ​ສໍ້​ລາດ​ບັງຫຼວງຢ່າງ​ເຂັ້ມ​ງວດ ດ້ວຍ​ຈິດ​ໃຈບໍ່ມີ​ຂອບ​ເຂ​ດຈໍາ​ກັດ

(VOVWORLD) -  ຕອນເຊົ້າວັນທີ 24 ມິຖຸນາ, ໂດຍສືບຕໍ່ລາຍການປະຕິບັດງານພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 9, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນເກິ່ນເທີ. 
ປະທານ​ສະພາ​ແຫ່ງ​ຊາດ: ​ຈະ​ແກ​້​ໄຂ​ກໍລະນີ​ສໍ້​ລາດ​ບັງຫຼວງຢ່າງ​ເຂັ້ມ​ງວດ ດ້ວຍ​ຈິດ​ໃຈບໍ່ມີ​ຂອບ​ເຂ​ດຈໍາ​ກັດ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນເກິ່ນເທີ (ພາບ:  TTXVN)

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງມີຄວາມສົນໃຈເຖິງບັນຫານະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ, ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ນະໂຍບາຍພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ເມື່ອຕອບຄໍາຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ ສໍາລັບກໍລະນີທີ່ໄດ້ສືບສວນຢ່າງຈະແຈ້ງແລ້ວ ແນ່ນອນວ່າຈະແກ້ໄຂຢ່າງເຂັ້ມງວດ ດ້ວຍຈິດໃຈບໍ່ມີຂອບເຂດຈໍາກັດ. ສໍາລັບຂໍ້ສະເໜີຂອງຜູ້ມິດສິດເລືອກຕັ້ງ ກ່ຽວກັບເລື່ອງຄວນເອົາໃຈໃສ່ເຖິງການພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ເວົ້າລວມ, ນະຄອນເກິ່ນເທີເວົ້າສະເພາະໃຫ້ຫຼາຍກວ່າອີກນັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ: ທາງສູນກາງ ຍາມໃດກໍໄດ້ເອົາໃຈໃສ່ເຖິງການພັດທະນາຂອງເຂດນີ້ ດ້ວຍມະຕິຂອງກົມການເມືອງ ວ່່າດ້ວຍການກໍ່ສ້າງ ແລະ ພັດທະນານະຄອນເກິ່ນເທີ, ມະຕິຂອງລັດຖະບານ ກ່ຽວກັບການພັດທະນາເຂດທົ່ງພຽງແຕ່ນໍ້າຂອງແບບຍືນຍົງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສະພາແຫ່ງຊາດ, ລັດຖະບານ ຈະສືບຕໍ່ສົມທົບກັນໃນການຍູ້ໄວຄວາມຄືບໜ້າ, ແກ້ໄຂຂໍ້ຕິດຂັດໃນການພັດທະນາພື້ນຖານໂຄງລ່າງ, ຄົມມະນາຄົມຢູ່ຂົງເຂດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ