ປະ​ທານ​ສະ​ພາ​ແຫ່ງ​ຊາດ: ທີ່​ດິນ​ແມ່ນ​ແຫຼ່ງ​ກຳ​ລັງ​ອັນ​ໃຫຍ່ຫຼວງ ແລະ ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ການວາງແຜນກຳນົດ, ແຜນການນຳໃຊ້ທີ່ດິນ ຕ້ອງຮັບປະກັນຫຼັກການຕິດພັບອົງຄະທາດ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ການຫັນຊົນນະບົດໃໝ່ກາຍເປັນຕົວເມືອງ, ຕິດພັນລະຫວ່າງຄວາມຮຽກຮ້ອງຫັນເປັນອຸດສາຫະກຳ ຕິດພັນກັບຄວາມຕ້ອງການຫັນເປັນຕົວເມືອງໃນທົ່ວປະເທດ ຢູ່ແຕ່ລະທ້ອງຖິ່ນ
ປະ​ທານ​ສະ​ພາ​ແຫ່ງ​ຊາດ: ທີ່​ດິນ​ແມ່ນ​ແຫຼ່ງ​ກຳ​ລັງ​ອັນ​ໃຫຍ່ຫຼວງ ແລະ ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 23 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບຄະນະປະຈຳກຳມາທິການເສດຖະກິດ ກ່ຽວກັບການວາງແຜນກຳນົດການນຳໃຊ້ທີ່ດິນແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ແຜນການນຳໃຊ້ທີ່ດິນໄລຍະ 5 ປີ (2021 – 2025) ລະດັບຊາດ.ທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ ທີ່ດິນ ແມ່ນຊັບພະຍາກອນພິເສດຂອງຊາດ, ແມ່ນແຫຼ່ງກຳລັງອັນໃຫຍ່ຫຼວງ ແລະ ສຳຄັນທີ່ສຸດໃນການພັດທະນາເສດະກິດ ສັງຄົມ, ການວາງແຜນກຳນົດໃນການນຳໃຊ້ທີ່ດິນຕ້ອງແມ່ນພື້ນຖານໃຫ້ແກ່ການວາງແຜນກຳນົດຂະແໜງ, ຂົງເຂດ, ການວາງແຜນກຳນົດຕາມເຂດ ແລະ ທ້ອງຖິ່ນທີ່ສ້າງລັກສະນະເຊື່ອມຕໍ່ລະຫວ່າງເຂດ, ລະຫວ່າງແຂວງ ແລະ ຕ້ອງຮັບປະກັນການນຳໃຊ້ຢ່າງປະຢັດ, ມີປະສິດທິຜົນ ແລະ ຍືນຍົງ       

 ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີວ່າ ໃນການວາງແຜນກຳນົດນຳໃຊ້ທີ່ດິນແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ແລະ ແຜນການນຳໃຊ້ທີ່ດິນໄລຍະ 5 ປີ 2021 – 2025 ຕ້ອງເພີ່ມເຕີມບົດບາດຂອງທີ່ດິນຕໍ່ການພັດທະນາປະເທດຊາດແບບຍືນຍົງ, ເໝາະສົມກັບຍຸດທະສາດພັດທະນາເສດຖະກິດ ສັງຄົມຂອງ ປະເທດຊາດ ກໍ່ຄືຂອງແຕ່ລະທ້ອງຖິ່ນ, ມີຄວາມກົມກຽມກ່ຽວກັບຜົນປະໂຫຍດລະຫວ່າງບັນດາຝ່າຍ. ການວາງແຜນກຳນົດ, ແຜນການນຳໃຊ້ທີ່ດິນ ຕ້ອງຮັບປະກັນຫຼັກການຕິດພັບອົງຄະທາດ ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ການຫັນຊົນນະບົດໃໝ່ກາຍເປັນຕົວເມືອງ, ຕິດພັນລະຫວ່າງຄວາມຮຽກຮ້ອງຫັນເປັນອຸດສາຫະກຳ ຕິດພັນກັບຄວາມຕ້ອງການຫັນເປັນຕົວເມືອງໃນທົ່ວປະເທດ ຢູ່ແຕ່ລະທ້ອງຖິ່ນ

ຕອບກັບ

ຂ່າວ/ບົດ​ອື່ນ