ປະ​ທານ​ສະ​ພາ​ແຫ່ງ​ຊາດ: ທະ​ນາ​ຄານ​ສືບ​ຕໍ່​ສວມ​ບົດ​ບາດສຳ​ຄັນ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ສາຍຫຼັກ

(VOVWORLD) - ຕອນເຊົ້າວັນທີ 15 ກຸມພາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບພະນັກງານ, ລັດຖະກອນ, ຜູ້ອອກແຮງງານ ທະນາຄານສະຫະກອນ ຫວຽດນາມ ໃນໂອກາດຕົ້ນລະດູບານໃໝ່.

ປະ​ທານ​ສະ​ພາ​ແຫ່ງ​ຊາດ: ທະ​ນາ​ຄານ​ສືບ​ຕໍ່​ສວມ​ບົດ​ບາດສຳ​ຄັນ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ສາຍຫຼັກ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ ປີ 2024 ແມ່ນປີເພີ່ມອັດຕາຄວາມໄວ ແລະ ມີຄວາມໝາຍສຳຄັນພິເສດໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ແຜນການພັດທະນາເສດຖະກິດ - ສັງຄົມ 5 ປີ 2021 – 2025, ໃນນັ້ນມີແຜນນະໂຍບາຍການເງິນ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ຂະແໜງທະນາຄານສວມບົດບາດສຳຄັນຕໍ່ພື້ນຖານເສດຖະກິດສາຍຫຼັກ, ແມ່ນຊ່ອງທາງນຳແຫຼ່ງເງິນທຶນຫຼັກແຫຼ່ງຮັບໃຊ້ການຜະລິດດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງຕິດພັນຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ.

ຂະແໜງທະນາຄານຕ້ອງສືບຕໍ່ຕິດແທດການຊີ້ນຳຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດຮອດປີ 2030, ວິໄສທັດຮອດປີ 2045 ແລະ ມະຕິວ່າດ້ວຍການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນໄລຍະໃໝ່, ມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024 ແລະ ບັນດາການຊີ້ນຳຂອງ ລັດຖະບານ, ທະນາຄານແຫ່ງລັດ ໃນການຈັດຕັ້ງປະຕິບັດການເຄື່ອນໄຫວ, ຮັບປະກັນຄວາມປອດໄພ, ປະສິດທິຜົນ, ສຸມໃສ່ການໃຫ້ບັນດາຂົງເຂດບຸລິມະສິດກູ້ຢືມເງິນ.

ໃນຕອນເຊົ້າວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບບັນດາສະມາຊິກສະພາແຫ່ງຊາດ ຮັບຜິດຊອບຢູ່ສູນກາງ ແລະ ພະນັກງານ, ລັດຖະກອນ, ຜູ້ອອກແຮງງານ ຂອງຫ້ອງວ່າການສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ