ປະທານສະພາແຫ່ງຊາດ ບຸນກາຣີ ພົບປະກັບຊາວ ຫວຽດນາມ ທີ່ເຄີຍຮ່ຳຮຽນ, ປະຕິບັດງານຢູ່ບຸນກາຣີ; ຢ້ຽມຢາມແຂວງ ກ໋ວາງນິງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ Rossen Dimitrov Jeliazkov ເນັ້ນໜັກວ່າ: ບຸນກາຣີ ດ້ວຍຖານະເປັນສະມາຊິກຂອງສະຫະພາບເອີລົບ (EU) ແລະ ຫວຽດນາມ, ເຊິ່ງເປັນສະມາຊິກທີ່ຂະຫຍັນຂັນເຄື່ອນຂອງ ອາຊຽນ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນບັນດາຂົງເຂດ...
 
ປະທານສະພາແຫ່ງຊາດ ບຸນກາຣີ ພົບປະກັບຊາວ ຫວຽດນາມ ທີ່ເຄີຍຮ່ຳຮຽນ, ປະຕິບັດງານຢູ່ບຸນກາຣີ; ຢ້ຽມຢາມແຂວງ ກ໋ວາງນິງ - ảnh 1ທ່ານປະທານສະພາແຫ່ງຊາດ Rossen Dimitrov Jeliazkov ແລະ ຄະນະເຮັດວຽກຢູ່ແຂວງ ກ໋ວາງນິງ
(ພາບ:Minh Đức/TTXVN)

ຕອນບ່າຍວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (5-9 ມັງກອນ), ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov, ໄດ້ພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ທີ່ເຄີຍຮ່ຳຮຽນ, ປະຕິບັດງານຢູ່ ບຸນກາຣີ.

          ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ Rossen Dimitrov Jeliazkov ເນັ້ນໜັກວ່າ: ບຸນກາຣີ ດ້ວຍຖານະເປັນສະມາຊິກຂອງສະຫະພາບເອີລົບ (EU) ແລະ ຫວຽດນາມ, ເຊິ່ງເປັນສະມາຊິກທີ່ຂະຫຍັນຂັນເຄື່ອນຂອງ ອາຊຽນ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນບັນດາຂົງເຂດ: ເສດຖະກິດ, ວັດທະນະທຳ, ການສຶກສາ… ບຸນກາຣີ ອາດຈະແມ່ນປະຕູເພື່ອໃຫ້ ຫວຽດນາມ ເຊື່ອມເຂົ້າຕະຫຼາດ ເອີລົບ ແລະ ກົງກັນຂ້າມ, ຫວຽດນາມ ອາດຈະແມ່ນຂົວເຊື່ອມຕໍ່ເພື່ອໃຫ້ ບຸນກາຣີ ເຊື່ອມເຂົ້າຕະຫຼາດ ອາຊຽນ.

        ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ Rossen Dimitrov Jeliazkov ໄດ້ມອບໃບຍ້ອງຍໍຂອງສະພາແຫ່ງຊາດ ບຸນກາຣີ ໃຫ້ 6 ບຸກຄົນ ຫວຽດນາມ ທີ່ມີຜົນງານດີເດັ່ນປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນມິດຕະພາບ, ຄວາມສາມັກຄີ ລະຫວ່າງສອງປະເທດ ຫວຽດນາມ - ບຸນກາຣີ.

        ແລະກໍ່ໃນວັນທີ 7 ມັງກອນ, ທ່ານປະທານສະພາແຫ່ງຊາດ ບຸນກາຣີ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກ໋ວາງນິງ. ພົບປະກັບທ່ານເລຂາຄະນະພັກ ແຂວງ ກ໋ວາງນິງ ຫງວຽນຊວນກີ໋, ທ່ານປະທານສະພາແຫ່ງຊາດ ບຸນກາຣີ ຢັ້ງຢືນຈະສ້າງເງື່ອນໄຂທີ່ດີທີ່ສຸດເພື່ອເຊື່ອມຕໍ່ບັນດາທ້ອງຖິ່ນຂອງ ບຸນກາຣີ ຮ່ວມມືກັນຢ່າງແໜ້ນແຟ້ນ, ພ້ອມກັນແບ່ງປັນບົດຮຽນໃນການພັດທະນາໃນບາງຂົງເຂດບັນດາທ້ອງຖິ່ນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ