ປະທານສະພາແຫ່ງຊາດ ພົບປະກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ໂຮນລັງ

(VOVWORLD) - ພັກ ແລະ ລັດ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້ ແລະ ໄດ້ວາງອອກຫຼາຍແຜນນະໂຍບາຍ
ປະທານສະພາແຫ່ງຊາດ ພົບປະກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ໂຮນລັງ - ảnh 1ປະທານສະພາແຫ່ງຊາດ ພົບປະກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ໂຮນລັງ 

ຕອນຄ່ຳວັນທີ 26 ມີນາ, ຢູ່ນະຄອນ The Hague, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ ໂຮນລັງ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ຢັ້ງຢືນວ່າ: ພັກ ແລະ ລັດ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້ ແລະ ໄດ້ວາງອອກຫຼາຍແຜນນະໂຍບາຍ, ນະໂຍບາຍ ເປີດກ້ວາງ ແລະ ມາດຕະການລະອຽດ ເພື່ອແນໃສ່ສ້າງເງື່ອນໄຂນັບມື້ນັບສະດວກກ່ວາໃຫ້ແກ່ພໍ່ແມ່ປະຊາຊົນກັບເມືອຢ້ຽມຢາມປະເທດຊາດ, ຍາດຕິພີ່ນ້ອງ, ລົງທຶນ, ດຳເນີນທຸລະກິດ, ຮ່ວມມືວິທະຍາສາດ - ເຕັກໂນໂລຢີ:

        “ສຳລັບປະຊາຄົມ ຊາວ ຫວຽດນາມ ພວມດຳລົງຊີວິດຢູ່ ໂຮນລັງ ແລ້ວ, ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຍ້ອນວ່າປະຊາຄົມມີປະມານ 20.000 ຄົນ. ເວລາຢູ່ພາຍໃນປະເທດປະສົບກັບຄວາມຫຍຸ້ງຍາກກໍ່ອ່ວາຍໜ້າເມືອຫາປະເທດຊາດ, ພໍ່ແມ່ປະຊາຊົນ. ຫວັງວ່າ, ພໍ່ແມ່ປະຊາຊົນພວກເຮົາຈະມີຄວາມສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະ ກັນ, ຮັກແພງກັນ, ອຸ້ມຊູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ