ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີ​ລາ​ຄາ​ສູງ​ບັນ​ດາ​ຂໍ້​ລິ​ເລີ່ມ ແລະ ຂໍ້​ສະ​ເໜີ ຂ​ອງ ຫວຽດ​ນາມ ຢູ່ AIPA 42

(VOVWORLD) -ເມື່ອແບ່ງປັນກັບນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ວຽງຈັນ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ເຫັນດີເປັນເອກະພາບ ແລະ ສະໜັບສະໜູນບັນດາຂໍ້ສະເໜີຂອງສະພາແຫ່ງຊາດ ຫວຽດນາມ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີ​ລາ​ຄາ​ສູງ​ບັນ​ດາ​ຂໍ້​ລິ​ເລີ່ມ ແລະ ຂໍ້​ສະ​ເໜີ ຂ​ອງ ຫວຽດ​ນາມ ຢູ່ AIPA 42 - ảnh 1 ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ 

ແລະ ກໍ່ເນື່ອງໃນກອງປະຊຸມສະມັດຊາໃຫຍ່ AIPA 42, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າກໍ່ຄື ບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີທີ່ມີລັກສະນະສ້າງສັນຂອງ ສະພາແຫ່ງຊາດ ຫວຽດານ.

ເມື່ອແບ່ງປັນກັບນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ວຽງຈັນ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ເຫັນດີເປັນເອກະພາບ ແລະ ສະໜັບສະໜູນບັນດາຂໍ້ສະເໜີຂອງສະພາແຫ່ງຊາດ ຫວຽດນາມ. ສະພາແຫ່ງຊາດ ຫວຽດນາມ ໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ສ້າງສັນ ເຂົ້າບັນດາການເຄື່ອນໄຫວຂອງ AIPA, ເປັນຕົ້ນແມ່ນ 5 ຂໍ້ສະເໜີທີ່ມີລັກສະນະສ້າງສັນ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຢູ່ກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ