ປະທານສະພາແຫ່ງຊາດ ລາວໃຫ້ການຕ້ອນຮັບຄະນະ ຜູ້ແທນສະພາ ປຊຊ ນະຄອນຮ່າໂນ້ຍ

ປະທານສະພາແຫ່ງຊາດ ລາວໃຫ້ການຕ້ອນຮັບຄະນະ ຜູ້ແທນສະພາ ປຊຊ ນະຄອນຮ່າໂນ້ຍ - ảnh 1

ທ່ານ​ນາງ​ປານີຢາ​ທໍ່​ຕູ້ໃຫ້ການ​ຕ້ອນຮັບທ່າ​ນນາງ​ໂງ​ທິຢ໋ວານ​ແທງ

(ພາບ: vietnamplus.vn)

 (vovworld)-​​​​ ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ອຳນາດການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໂດຍ​ທ່າ​ນນາງ​ໂງ​ທິຢ໋ວານ​ແທງ ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ, ປະທານ​ສະພາ ປຊຊ ນະຄອນ​ຮ່າ​ໂນ້ຍ ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່ວັນ​ທີ 31/10 ​ຫາວັນທີ 1/11. ທີ່​ການ​ຕ້ອ​ນຮັບ​ຄະນະ​ໃນ​ຕອນ​ເຊົ້າວັນ​ທີ 1/11, ທ່ານ​ນາງ​ປານີ ຢາ​ທໍ່​ຕູ້, ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງາ​ນຊື່​ງຄະນະ​ພັກ​ນະຄອນ, ສະພາ ປຊຊ ນະຄອນ​ຮ່າ​ໂນ້ຍ ບັນລຸ​ໄດ້. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ລາວ ຖື​ວ່າ: ນະຄອນ​ຮ່າ​ໂນ້ຍ ​ແລະ ວຽງ​ຈັນ ມີ​ຈຸດ​ທີ່​ຄ້າຍຄື​ກັນ​ຫຼາຍ​ຢ່າງ, ​ໃນ​ທ່າ​ອ່ຽງ​ພັດທະນາ​ລວມ, ສອງ​ນະຄອນ​ຄວນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ເພື່ອ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດລວມ​ໃຫ້​ທັງ​ສອງ​ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງສອງ​ພັກ, ສອງ​ລັດ ​ແລະ ປຊຊ ສອງ​ປະ​ເທດຫວຽດນາມ ​ແລະ ລາວ ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ