ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ​ ສິ້ນ​ສຸ​ດ​ການ​​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນຄ່ຳວັນທີ 4 ພະຈິກ, ທ່ານ Park Byeong Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດສ.ເກົາຫຼີ, ໄດ້ເດີນທາງອອກຈາກນະຄອນໂຮ່ຈີມິນ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການໃນລະຫວ່າງວັນທີ 31 ຕຸລາ - 4 ພະຈິກ 2020 ຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ​ ສິ້ນ​ສຸ​ດ​ການ​​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ - ảnh 1 ທ່ານ Park Byeong Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ, ທ່ານ Park Byeong Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ໄດ້ມີການພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ພົບປະໂອ້ລົມກັບທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ…

ທີ່ບັນດາການພົບປະ, ສອງຝ່າຍໄດ້ຢັ້ງຢືນການພົວພັນ “ຄູ່ຮ່ວມມືຍຸດທະສາດ” ຫວຽດນາມ - ສ.ເກົາຫຼີພວມມີການພັດທະນາຢ່າງແຮງ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ສອງຝ່າຍໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນໃນຫຼາຍຂົງເຂດ.

ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).

ກ່ຽວກັບການພົວພັນສອງສະພາແຫ່ງຊາດ, ສອງຝ່າຍໄດ້ສະໜັບສະໜູນບັນດາລາຍການ, ແຜນການຮ່ວມມືສອງຝ່າຍຂອງ ລັດຖະບານ ກໍ່ຄືບັນດາຂອບເຂດການຮ່ວມມື, ການຮ່ວມສຳພັນໃນພາກພື້ນ ເຊິ່ງສອງປະເທດພ້ອມກັນຊຸກຍູ້, ໃນນັ້ນມີການພົວພັນລະຫວ່າງ ສະພາແຫ່ງຊາດສອງປະເທດເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຮ່ວມມື, ພັດທະນາໃນພາກພື້ນ ແລະ ໂລກ.

ສອງຝ່າຍເຫັນດີເປັນເອກະພາບ, ສືບຕໍ່ຮັກສາການພົວພັນແລກປ່ຽນ, ພົບປະຂັ້ນສູງ, ທຸກຂັ້ນ, ສ້າງສະພາບແວດລ້ອມສະດວກເພື່ອປະຕິບັດເປົ້າໝາຍຄວບຄູ່ແມ່ນທັງປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທັງພັດທະນາເສດຖະກິດ - ສັງຄົມ, ນຳການພົວພັນລະຫວ່າງສອງປະເທດກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ