ປະທານສະພາແຫ່ງຊາດ ສ.ເກົາຫຼີ ສິ້ນສຸດການຢ້ຽມຢາມຫວຽດນາມ

ປະທານສະພາແຫ່ງຊາດ ສ.ເກົາຫຼີ ສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
ແລະ ທ່ານປະທານ​ສະພາ​ແຫ່ງ​ຊາດສ.​ເກົາຫຼີ Kang Chang Hee
(ພາບ: xaluan.com)


(vovworld) -     ຕອນ​ເຊົ້າ​ວັນ​ທີ 16/01, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ ​ໂດ​ຍທ່ານ Kang Chang Hee, ປະທານ​ສະພາ​ແຫ່ງ​ຊາດນຳ​ໜ້າ ​ແລະ ພັນ​ລະ​ຍາ ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 4 ວັນ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ (​ໃນ​ລະຫວ່າງ​ວັນ​ທີ 13 – 16/01), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ Kang Chang Hee ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ແລະ ພ້ອມ​ກັບ​ຢືນຢັນ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະ​ຫວ່າງ 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ ຢ່າງ​ບໍ່​ຢຸດ​ຢັ້ງ. 2 ຝ່າຍ​ໄດ້​​ເປັນ​ເອກະ​ພາບ​ນຳ​ກັນ​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ທຸກ​ຂັ້ນ ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ໃຫ້ພັດທະນາ​ໃນ​ທຸກ​ຂົງ​ເຂດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ Kang Chang Hee ກໍ​​ໄດ້ເຂົ້າ​ຢ້ຽມ​ຢຽມຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດ​ນາມ ຫງວຽນ​ຟຸ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ Kang Chang Hee ​ແລະ ພັນ​ລະ​ຍາ ກໍ​ໄປ​ຢ້ຽມຢາມ​ສູນວັດທະນະທຳ​ສ.​ເກົາຫຼີ ປະຈຳ​ຮ່າ​ໂນ້ຍ, ວັນ​ມ໋ຽວກ໋ວກຕືຢາມ (Van Mieu Quoc Tu Giam)​ ​ແລະ ​ອ່າວ​ຮ້າ​ລອງ ​ເຊິ່ງ​ແມ່ນ​ມໍລະດົກ​ທຳ​ມະ​ຊາດ​ໂລກ ກ່ອນ​ທີ່​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ.

ຂ່າວ/ບົດ​ອື່ນ