ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບເອກອັກ ຄະລັດຖະທູດ, ຫົວໜ້າອົງການຕາງໜ້າຂອງຫວຽດນາມ ປະຈຳຕ່າງປະເທດ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບເອກອັກ ຄະລັດຖະທູດ, ຫົວໜ້າອົງການຕາງໜ້າຂອງຫວຽດນາມ ປະຈຳຕ່າງປະເທດ - ảnh 1
(ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງ ​​​ພົບ​ປະ​ກັບ​ບັນດາເອກ​ອັກຄະ​ລັດຖະທູດ,
ຫົວໜ້າ​ອົງການ​ຕ່າງ​ໜ້າຂອງ​ຫວຽດນາມ ປະຈຳ​ຕ່າງປະ​ເທດ)


(vovworld) - ຕອນ​ເຊົ້າ​ວັນ​ທີ 25/06, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງ ​​ໄດ້ໃຫ້ການ​ຕ້ອນຮັບບັນດາເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງ​ໜ້າຂອງ​ຫວຽດນາມ ປະຈຳ​ຕາງປະ​ເທດ ອາຍຸ​ການ 2013 – 2016. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ອວຍພອນ​ບັນດາເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງ​ໜ້າ​ຂອງຫວຽດນາມ ປະຈຳ​ຕ່າງປະ​ເທດ ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃນ​ຄັ້ງ​ນີ້​ ​ແລະ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ໜ້າ​ທີ່​ອັນ​ສະຫງ່າ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ​​ໄດ້​ມອບ​ໝາຍ​ໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້​ບັນດາເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງ​ໜ້າ​ຂອງຫວຽດນາມ ຍາດ​ແຍ່ງເວລາ ​ແລະ ຂົນຂວາຍ​ການ​ສະໜັບສະໜູນ​ຂອງ​ບັນດາ​ປະ​ເທດ ​ແລະ ປະຊາຄົມ​ສາກົນທ່ມີຕໍ່​ ​ຫວຽດນາມ​ ຢ່າງ​ຕັ້ງໜ້າ ນັບ​ທັງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ, ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ເຊື່ອມ​ໂຍງ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ; ພ້ອມ​ທັງ​ຕັ້ງໜ້າ​ໜູນ​ຊ່ວຍ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ປົກ​ປ້ອງ​ພົນລະເມືອງ, ​ເປັນ​ບ່ອນ​ອິງທັງ​​ດ້ານ​ຈິດ​ໃຈ, ຂໍ້​ມູນ, ນິຕິ​ກຳ ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ວິ​ສາ​ຫະກິດ​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເອົາ​ໃຈ​ໃສ່​ວ່າ, ບັນດາເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງ​ໜ້າ​ຂອງຫວຽດນາມ ປະຈຳ​ຕ່າງປະ​ເທດ ສົມທົບ​ກັນ​ກັບ​​ກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກັບ​ບັນດາ​ອົງກາ​ນນິຕິ​​ບັນຍັດ​ຢູ່​ປະ​ເທດ​ເຫຼົ່ານັ້ນ​; ສ້າງ​ຕັ້ງ​ການ​ພົວພັນ​ອັນ​ດີງາມ​ກັບ​ບັນດາ​ສະມາຊິກ​ສະພາແຫ່ງຊາດ, ກຸ່ມ​ສະມາຊິກ​ສະພາແຫ່ງຊາດມິດຕະພາບ​ຂອງ​ບັນດາ​ປະ​ເທດ, ​ເພື່ອ​ປະກອບສ່ວນ​ນຳ​ການ​ຮ່ວມ​ມື​ລັດຖະສະພາ ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ