ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈິມິນ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈິມິນ - ảnh 1
ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ
ຖະຫວາຍ​ທູບທຽນ, ອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ
(ພາບ: TTXVN)

(vovworld) – ​ເນື່ອງ​ໃນ​​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ (ບຸນ​ເຕັດ) ປີ​ມະ​ແມ 2015, ຕອນ​ເຊົ້າ​ວັນ​ທີ 10/02, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໄປຖະຫວາຍ​ທູບທຽນ, ອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ ຢູ່​ເຮືອນ​ເລກທີ 67, ສັງ​ກັດ​ເຂດ​ປູຊະນີຍະສະຖານ​ປະທານ​ໂຮ່ຈິ​ມິນ ຢູ່ບໍລິ​ເວນ​ສຳນັກງານ​ປະທານ​ປະ​ເທດ. ຕໍ່​ໜ້າ​ວິນ​ຍານ​ຂອງ​ປະທານ​​ໂຮ່ຈິ​ມິນ, ​ໂດຍ​ຕາງໜ້າ​ໃຫ້​​ສະພາ​ແຫ່ງ​ຊາດ, ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ, ທ່ານ​ປະທານ​ສະພາ​ແຫ​່ງຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ສະ​ແດງ​ຄວາມ​ສະ​ເທືອ​ນ​ໃຈ​ຢ່າງ​ເລິກ​ເຊິ່ງ, ສະ​​ແລະ ​ຮູ້​ບຸນຄຸນ​ຢ່າງ​ໃຫຍ່​ຫຼວງ​​ຕໍ່​ປະທານ​ໂຮ່ຈິ​ມິນ. ​ໃນ​ຕະຫຼອດ 45 ປີຜ່ານມາ, ​ໂດຍ​ປະຕິບັດຄຳ​ພິ​​ໄນ​ກຳ​ຂອງ​​ເພີ່ນ, ຍາມ​ໃດສະພາ​ແຫ່ງ​ຊາດກໍ່​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ປ່ຽນ​ໃໝ່​ເທື່ອ​ລະ​ກ້າວ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ກອງ​ມັບ, ທົ່ວ​ປວງ​ຊົນ​ສ້າງສາ​ປະ​ເທດ​ຫວຽດນາມ ​ໃຫ້​ມີ​ຄວາມ​ຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ.

        ທີ່​ການ​ພົບ​ປະ​ກັບ​ພະນັກງານ, ພາລະ​ກອນ​ເຂດ​ປູຊະນີຍະສະຖານບໍລິ​ເວັນ​ສຳນັກງານປະທານ​ປະ​ເທດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ຕ້ອງ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ໂຄສະນາ​ເຖິງ​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລະ ​ເພື່ອນ​ມິດ​ສາກົນ​ກ່ຽວກັບ​ບັນດາ​ມໍລະດົກຂອງ​ປະທານ​ໂຮ່ຈິ​ມິນ ​ໃນ​ຕະຫຼອດ​​ໄລຍະ​ແຫ່ງ​ການປົດ​ປ່ອຍ​ຊາດເປັນ​ຢ່າງ​ດີ ​ເພື່​ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ຄົນ ​ແລະ ​ເພື່ອ​ນມິດສາ​ກົນ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ພັກ, ພາລະກິດ​ປະຕິວັດ​ອັນ​ໃຫຍ່​ຫຼວງ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ຊາດ​ຫວຽດນາມ.

ຂ່າວ/ບົດ​ອື່ນ