ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພົບປະກັບຫົວໜ້າສຳນັກງານຕາງ​ໜ້າ​ຢູ່​ຕ່າງ​ປະ​ເທດ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພົບປະກັບຫົວໜ້າສຳນັກງານຕາງ​ໜ້າ​ຢູ່​ຕ່າງ​ປະ​ເທດ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ພ້ອມກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ສຳ​ນັກ​ງານ​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳ​ຕ່າງປະ​ເທດ
(vovworld)- ຕອນ​ບ່າຍ​ວັນ​ທີ 1/7, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ພົບ​ປະ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ສຳ​ນັກ​ງານ​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳ​ຕ່າງປະ​ເທດ​ຊຶ່ງ​ຫາ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ອາ​ຍຸ​ການ 2015 – 2018 ກ່ອນ​ທີ່​ອອກ​ເດີນ​ທາງ​ຮັບ​ໜ້າ​ທີ່​. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ ບັນ​ດາ​ນັກ​ການ​ທູດ​ຈົ່ງ​ຍາດ​ແຍ່ງ​ບັນ​ດາ​ໂອ​ກາດ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ. ບັນ​ດາອົງ​ການ​ສຳ​ນັກ​ງານການ​ທູດ​ຈົ່ງ​ຊາບ​ຊຶມ​ທັດ​ສະ​ນະ, ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ພະ​ຍາ​ຍາມຊຸກ​ຍູ້ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ປະ​ເທດ​ຕ່າງໆ ນັບ​ທັງ​ພາກ​ລັດ, ລັດ​ຖະ​ສະ​ພາ ແລະ ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ. ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ພ້ອມ​ກັນ​ນັ້ນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ຍັງ​ສະ​ເໜີ​ບັນ​ດາອົງ​ການສຳ​ນັກ​ງານການ​ທູດ​ຂອງ​ຫວຽດ​ນາມ​ປະ​ຈຳ​ຕ່າງປະ​ເທດຄວນ​ເອົາ​ໃຈ​ໃສ່​ເຖິງ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ປົກ​ປ້ອງ​ຊາວ​ຫວຽດ​ນາມ​ທີ່​ພວມ​ອາ​ໄສ​ຢູ່​ປະ​ເທດ​ປະ​ຈຳ​ຖິ່ນ, ເອົາ​ໃຈ​ໃສ່​ເຊື່ອມ​ຕໍ່ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ທາງ​ດ້ານ​ການ​ທູດ​ລັດ​ຖະ​ສະ​ພາ, ໂຄ​ສະ​ນາ​ເຜີຍ​ແຜ່​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ດ້ວຍ​ລະ​ບົບ​ກົດ​ໝາຍ​ທີ່​ໄດ້​ຮັບ​ການ​ປັບ​ປຸງ…

 

ຕອບກັບ

ຂ່າວ/ບົດ​ອື່ນ