ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ, ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະເທດ ໂຕນດຶກຖັ໋ງ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ, ຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະເທດ ໂຕນດຶກຖັ໋ງ - ảnh 1
ຂດ​ອະນຸສອນ​ສະຖານ​ປະທານ ​ໂຕນ​ດຶກ​ຖັ໋ງ

(vovworld) – ​ວັນ​ທີ 25/8, ທ່ານ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ວາງ​ພວງມາລາ, ຖະ​ຫວາຍ​ທູບ​ທຽນ​ຢູ່​ອະນຸສອນ​ສະຖານ​ປະທານ ​ໂຕນ​ດຶກ​ຖັ໋ງ ຢູ່​ນະຄອນ ລອງ​ອານ, ​ແຂ​ວງ ອານ​ຢາງ, ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ເຖິງ​ປະທານ ​​ໂຕນ​ດຶກ​ຖັ໋ງ - ການ​ນຳທີ່​ເປັນ​ແບບຢ່າງ​ຂອງ​ພັກ, ລັດ ​ແລະ ​ແນວ​ໂຮ​ມ​ເອກະ​ພາບ​ແຫ່ງຊາດ ຫວຽດນາມ. ​ເນື່ອງ​​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ແລະ ບັນດາ​ການ​ນຳ​ພັກ, ລັດ ​ໄດ້ພ້ອມ​ກັນ​ທົບ​ທວນຄືນ​ໄລຍະ​ທາງ​ເຄື່ອນ​ໄຫວ​ປະຕິວັດ​ທີ່​ສະຫງ່າອົງອາດ​ຂອງ​ປະທານ ​ໂຕນ​ດຶກ​ຖັ໋ງ - ການນຳ​ປະຕິວັດ​ທີ່ໄດ້​ອຸທິດ​ຕະຫຼອດ​ຊີວິດ​ຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ໃຫ້​ແກ່​ພາລະກິດ​ຕໍ່ສູ້​ປະຕິວັດ​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ປູກ​ຕົ້ນ​ໄມ້​ເປັນທີ່​ລະນຶກ ​ແລະ ຢ້ຽມຢາມ​ກິດຈະກຳ​​, ບູ​ລະນະ​ເຮືອນຮ້ານຂອງ​ປະທານ ​ໂຕນ​ດຶກ​ຖັ໋ງ ​ໃນ​ບໍລິ​ເວັນ​ເຂດ​ອະນຸສອນ​ສະຖານ​ຂອງ​ເພີ່ນ.

    ​ເຂດອະນຸສອນ​ສະຖານປະທານ ​ໂຕນ​ດຶກ​ຖັ໋ງ ​ໄດ້​ຮັບ​ການ​​ເປີດ​ສະໜອງ​ເມື່ອ​ວັນ​ທີ 20/8/1998, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ 110 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງປະທານ ​ໂຕນ​ດຶກ​ຖັ໋ງ (1998). ​ເຂດອະນຸສອນ​ສະຖານລວມມີ​ຫຼາຍ​ກິດຈະກຳ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ບໍລິ​ເວນທີ່​ມີ​ເນື້ອ​ທີ​ເກືອ​ບ 7 ha, ດ້ວຍ​ກິດຈະກຳ​ສະ​ຖາ​ປັດຕະຍາ​ກຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍສີສັນ​ວັດທະນະທຳ​ເຂດ​ຕາ​ພາກ​ໃຕ້​ຄື: ຊາຍ​ຄາ​​ໃນ​ຍາມ​ເຍົາ​ໄວ, ຫໍ​ບູຊາອາ​ໄລ​ຫາ​ປະ​ເທດ ​​ໂຕນ​ດຶກ​ຖັ໋ງ, ຫ້ອງ​ວາງສະ​ແດງ​ກ່ຽວ​ກັບ​ຊີ​ວິດ ​ແລະ ພາລະກິດ​ຂອງປະທານ ​ໂຕນ​ດຶກ​ຖັ໋ງ ດ້ວຍ​ຮູບ​ຖ່າຍ​ກ່ວາ 100 ​ແຜ່ນ ​ແລະ ວັດຖຸ​ພັນ​ກ່ວາ 35 ຢ່າງ ​ເຊິ່ງ​​ໄດ້ຕິດ​ພັນ​ກັບ​ເພີ່ນ​ໃນ​ຕະຫຼອດ​ວິວັດ​ແຫ່ງ​ການ​ເຄື່ອນ​ໄຫວ​​ປະຕິວັດຂອງ​ເພິ່ນ.

   

ຂ່າວ/ບົດ​ອື່ນ