ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ ແຂວງ ຮ່າຕີ້ງ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ ແຂວງ ຮ່າຕີ້ງ - ảnh 1
ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ ແຂວງ ຮ່າຕີ້ງ
(ພາບ:ໜັງສຶພິມ Hà Tĩnh)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/2 ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຮ່າ​ຕີ້​ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ແຂວງ​ບັນ​ລຸ​​ໄດ້​ຜົນງານ​ຫຼາຍ​ຢ່າງ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ສັງຄົມທີ່ສຳຄັນ​​ໃນ​ສະພາບ​ການ​ພື້ນຖານ​ເສດຖະກິດ​ທົ່ວ​ປະ​ເທດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຍ້ອນ​ຜົນ​ສະທ້ອນ​ຈາກການ​ຊຸດ​ຊົມ​ເສດຖະກິດ​ໃນ​ທົ່ວ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ແຂວງ ຮ່າ​ຕີ້​ງ ​ໃນ​ປີ 2013 ຄວນ​ປະຕິບັດ 3 ບັນຫາ​​ເປັນ​ຢ່າງດີ ​ເຊິ່ງລວມມີ: ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນປີ 1992 ​ສະບັບ​ປັບປຸງ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ), ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ສືບ​ຕໍ່​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ ຢ່າງ​ມີ​ປະສິດທິ​ຜົນ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ລົງ​ກວດກາ​ຄວາມ​ຄືບ​ໜ້າ​ໃນການ​ປະຕິບັດ​ໂຄງການ​ຍົກ​ລະດັບ​ເປີດ​ກ້ວາງ​ທາງ​ຫຼວງ​ 1A ຕອນ​ທິດ​ໃຕ້​ຂົວ ​ເບ໋ນຖູ​ຍ (Ben Thuy).

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ຄຳ່​ວັນ​ທີ 23/2, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ  ​ໄດ້​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 1.300 ປີ​ແຫ່ງ​ວັນ​ລຸກ​ຮື​ຂຶ້ນ ຮວານ​ເຈົາ (Hoan Chau) ​ແລະ ງານ​ບຸນ ວິຫານ ​ເຈົ້າ​ຊີວິດ ມາຍ​ຮັກ​ເດ໋ (Mai Hac De) (ຫຼືມາຍ​ທຸກ​ລວາ​ນ (Mai Thuc Loan) ຢູ່​ເມືອງ​ນາມ​ດ່ານ, ​ແຂວງ ​ເງ້ອານ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ:

“ການ​ລຸກ​ຮື​ຂຶ້ນ ຮວານ​ເຈົາ ພ້ອມ​ກັບ​ຄວາມ​ອົງອາດ​ກະ​​ແກ່ນຂອງ ມາຍ​ທຸກ​ລວາ​ນ (Mai Thuc Loan) ​ໄດ​້ສ້າງ​ໜ້າປະຫວັດສາດ​​ສືບ​ທອດ​ມູນ​ເຊື້ອອົງອາດ​ກ້າຫານ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ, ຍາ​ດ​ເອົາ​ເອກະລາດ​ຂອງ​ຊາດ, ​ສ້າງຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ​​​ໃຫ້​ແກ່​ປະຊາຊົນ​ແຂວງ​ເງ້ອານ​ແຕ່ລະຄົນ ​ແລະ ຊາດ ຫວຽດນາມ. ພັນ​ປີ​ທີ່​ຜ່ານ​ມາ, ມູນ​ເຊື້ອ​ນັ້ນ​ໄດ້​ກ່າຍ​ເປັນ​ກຳລັງ​ແຮງ​ທີ່​ໃຫຍ່​ຫຼວງ, ​​ອັນ​ໄດ້​ເຮັດ​ໃຫ້ປະຊາຊົນ​ແຂວງ​ເງ້ອານ ​ແລະ ທົ່ວ​ຊາດ ຫວຽດນາມ ສືບ​ທອດ, ​ເສີມ​ຂະຫຍາຍ​ໃນ​ພາລະກິດ​ຕໍ່ສູ້​ປົກ​ປັກ​ຮັກ​ສາ, ກໍ່ສ້າງ ​ແລະ ພັດທະນາ​ບ້ານ​​ເກີດ​ເມືອງ​ນອນ ”

ຂ່າວ/ບົດ​ອື່ນ