ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢ້ຽມຢາມແຂວງ ບັກກ້ານ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢ້ຽມຢາມແຂວງ ບັກກ້ານ - ảnh 1
ບັກ​ກ້ານ​ ແມ່ນ​​ເຂດ​ຕົວ​ເມືອງ​ລະດັບ 3 ສັງກັດ​ແຂວງ​ບັກ​ກ້ານ
(ພາບ: cpv.org.vn)


(vovworld) -     ​ ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ້​ແຂວງ​ບັກ​ກ້ານ, ຕອນ​​ເຊົ້າວັນ​ທີ 30/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ ກວາງ​ທ້ວນ (Quang Thuan), ​​ເມືອງ ​ແບກ​ທົ​ງ (Bach Thong). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ຮັບ​ຟັງ​ຄຳ​ຄິດຄຳ​ເຫັນ​ຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​​ເຊິ່ງແມ່ນ​ປະຊາຊົນ​ເຜົ່າ​ສ່ວນ​ນ້ອຍ ກ່ຽວ​ກັບ​ການ​ຜະລິດ, ຊີວິດການ​ເປັນ​ຢູ່ ​ແລະ ສະ​ແດງ​ຄວາມ​ພາກພູມ​ໃຈເມື່ອເຫັນວ່າ ໃນຫຼາຍປີມານີ້ ຕາແສງ ກວາງທ້ວນ ແມ່ນໜຶ່ງໃນບັນດາຕາແສງນຳໜ້າໃນການກໍ່ສ້າງຊົນນະບົດໃໝ່ຂອງແຂວງ ບັກກ້ານ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ພໍ່​ແມ່​ປະຊາຊົນ​ຕາ​ແສງ​ກວາງ​ທ້ວນ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ກໍ່ສ້າງ​ທ້ອງ​ຖິ່ນ​​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄໍ່າ​ວັນ​ທີ 29/12, ຢູ່​​ເທດສະບານ ບັກ​ກ້ານ, ​ແຂວງ ບັກ​ກ້ານ ​​ໄດ້ຈັດ​ພິທີຕ້ອນຮັບ​ໃບ​ຮັບຮອງເຂດ​ປູຊະນີຍະສະຖານ​ລະດັບຊາດ​ພິ​ເສດ​ໃຫ້​ໜອງ ບາ​ເບ (Ba Be) ​ແລະ ຂໍ້​ຕົກລົງ​ຮັບ​ຮອງ​​ເອົາຕາ​ແສງ ບັກ​ກ້ານ​ ແມ່ນ​​ເຂດ​ຕົວ​ເມືອງ​ລະດັບ 3 ສັງກັດ​ແຂວງ​ບັກ​ກ້ານ. ກ່າວ​ຄຳ​​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ.

        “​ເຫດການ​ໜອງ ບາ​ເບ ​ໄດ້​ຮັບຮອງ​ເປັນປູຊະນີຍະສະຖານ​ລະດັບຊາດ​ພິ​ເສດ ຈະ​ເປີດ​ກາລະໂອກາດ​ໃຫຍ່​ເພື່ອ​ໃຫ້​ແຂວງ​ບັກ​ກ້ານ ​ເສີມ​ຂະຫຍາຍ, ອະນຸລັກ​ຮັກສາ ​ແລະ ຂຸດ​ຄົ້ນຄວາມ​ສາມາດ​ບົມຊ້ອນປູຊະນີຍະສະຖານທຳ​ມະ​ຊາດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ. ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ວ່າ​, ອົງຄະ​ນະ​ພັກ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງ​ບັກ​ກ້ານ ຈະສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງບ້ານ​ເກີດ​ເມືອງ​ນອນປະຕິວັດ, ສືບ​ຕໍ່​ຍູ້​​ແຮງ​ກິດຈະການ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​, ປ້​ອງກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບຢ່າງ​ມີ​ປະສິດທິ​ຜົນ, ຍູ້​ແຮງ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ນຳ​ແຂ​ວງບັກ​ກ້ານ ​ໃຫ້ຫຼຸດ​ພົ້ນອອກ​ຈາກ​ແຂວງ​ທຸກ​ຍາກ ​ແລະ ທຸກ​ຍາກ​ເປັນ​ພິ​ເສດ​ຢ່າງ​ໄວ”.

ຂ່າວ/ບົດ​ອື່ນ