ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 226 ປີ ແຫ່ງໄຊຊະນະ ງອກໂຮ່ຍ - ດົ໋ງດາ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 226 ປີ ແຫ່ງໄຊຊະນະ ງອກໂຮ່ຍ - ດົ໋ງດາ - ảnh 1
(​ງານ​ບຸນ​ດົ໋ງດາ ສະ​ເຫຼີ​ມສະຫຼອງ 226 ປີ ​ແຫ່ງ​ໄຊຊະນະ​ງອກ​ໂຮ່ຍ - ດົ໋ງດາ)

(vovworld) - ວັນ​ທີ 23/2 (ກົງ​ກັບ​ວັນ​ທີ 5 ຂອງ​ບຸນ​ເຕັດ​ປີ​ມະ​ແມ) ຢູ່​ສວນສາທາລະນະວັດທະນະທຳ​ດົ໋ງດາ, ຮ່າ​ໂນ້ຍ ​ໄດ້​ຈັດ​ງານ​ບຸນ​ດົ໋ງດາ ສະ​ເຫຼີ​ມສະຫຼອງ 226 ປີ ​ແຫ່ງ​ໄຊຊະນະ​ງອກ​ໂຮ່ຍ - ດົ໋ງດາ (1789-2015)  ​ເຂົ້າ​ຮ່ວມ ​ແລະ ຖະຫວາຍ​ທູ​ບທຽນ​ມີ​ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ… ທີ່​ພິທີ, ບັນດາ​ຜູ້​ແທນ ​ແລະ ປະຊາຊົນ​ນະຄອນຫຼວງ​ໄດ້​ທົບ​ທວນຄືນ​ໄຊຊະນະ​ງອກ​ໂຮ່ຍ-ດົ໋ງດາ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ວິລະຊົນ​ຊາວນາ ກວາງ​ຈູງ - ຫງວຽນ​ເຫ້ວ, ຜູ້​ທີ່​ໄດ້​ຊີ້​ນຳ​ນຳພາ​ປະຊາຊົນ​ຂັບ​ໄລ່​ສັດຕູ​ຜູ້​ຮຸກ​ຮານ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 22/2, ຢູ່​ຫໍພິພິດທະພັນ ກວາງ​ຈູງ, ທີ່​ບ້ານ​ກຽນ​ມິ້, ​ເທດສະບານ​ຟູ໋ຟອງ, ​ເມືອງ​ໄຕ​ເຊີນ, ​ແຂວງ​ບິ່ງ​ດິ້ງ ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ226 ປີ ​ແຫ່ງ​ໄຊຊະນະ​ງອກ​ໂຮ່ຍ - ດົ໋ງດາ ​ແລະ ຮັບ​ໃບ​ຢັ້ງຢືນ “ປູຊະນີຍະສະຖານ​ປະຫວັດສາດ​ເຂດ​ວິຫານ ​ໄຕ​ເຊີນ​ຕາມ​ກຽດ“​ເປັນ​ມໍລະດົກ​ລະດັບ​ຊາດ. ທ່ານ ​ໂຮ່ກວົກຢຸງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບິ່ງ​ດິ້ງ, ​​ເນັ້ນ​ໜັກ​ວ່າ:

        “ພວກ​ເຮົາ​ໝັ້ນ​ໝາຍ​ຈະ​ສືບ​ຕໍ່​ປະຕິບັດ​ສຳ​ເລັດ​ຄວາມ​ໄຝ່ຝັນ​ຂອງ​ບັນພະບຸລຸດ, ນັ້ນ​ແມ່ນ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ​ເອກະລາດ​ແຫ່ງ​ຊາດ, ພ້ອມ​ກັນ​ສາມັກຄີ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ຮັ່ງມີ, ສວຍ​ງາມ, ສົມ​ກັບ​ບົດບາດ​ເປັນ​ສູນ​ເຕີບ​ໂຕ​ທາງ​ທິດ​ໃຕ້​ຂອງ​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ພາກ​ກາງ“.

ຂ່າວ/ບົດ​ອື່ນ