ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 130

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ  ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 130 - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 16/03, ຄະນະຜູ້​ແທນ​ສະພາ​ແຫ່ງ​ຊາດ​ຂັ້ນ​ສູງຫວຽດນາມ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ນຳ​ໜ້າ, ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ ​ໄປ​ສະ​ວິດ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມລັດຖະສະພາລະຫວ່າງ​ຊາດ​ສາກົນ (IPU) ຄັ້ງ​ທີ 130 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ລັດຖະສະພາລະຫວ່າງ​ຊາດ​ສາກົນ. ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ເພື່ອ​ປະກອບສ່ວນ​ໂຄສະນາ​ພາບ​ພົດ​ປະ​ເທດ​ຫວຽດນາມ ບົນ​ເວທີ​ສາກົນ, ກ້າວ​ໄປ​ເຖິງ​ເລື່ອງ​ຫວຽດນາມ ຈະ​ເປັນ​ເຈົ້າພາບຈັດ​ກອງ​ປະຊຸມ IPU 132 ​ໃນ​ປີ 2015.

        ​ໃນ​ເວລາ 5 ວັນ, ມີ​ຜູ້​ແທນ​ກວ່າ 700 ທ່ານ​ທີ່​ມາ​ຈາກ 141 ປະ​ເທດ​ສະມາຊິກ IPU ​ເຂົ້າ​ຮ່ວມ ກອງປະ​ຊຸມ​ໃຫຍ່​ຄັ້ງ​ທີ 130 ນີ້ ​ໂດຍ​ສຸມ​ໃສ່​ປຶກສາ​ຫາລື​ຫຼາຍ​ບັນຫາ​. ຫົວ​ຂໍ້​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ໃຫຍ່ ​ແມ່ນ​ຊຸກຍູ້​ຄວາມ​ມານະ​ພະຍາຍາມ​ແນ​ໃສ່​ການ​ປອດ​ອາ​ວຸດນິວ​ເຄຼຍ - ​ເປັນ​ໜຶ່ງ​ໃນ​ບັນດາ​ບຸລິມະ​ສິດ​ອັນ​ໃຫຍ່​ຫຼວງ​ຂອງ IPU ​ແນ​ໃສ່​ສ້າງ​ໂລກ​ປອດ​ໄພ​ກວ່າ. ຄວາມ​ສະຫງົບປອດ​ໄພ​ທົ່ວ​ໂລກ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ໃຫຍ່​ທີ່​ໄດ້​ນຳ​ມາ​ປຶກສາ​ຫາລື​ໃນ​ຄັ້ງ​ນີ້, ​ເຊິ່ງລວມມີ ບັນດາ​ໄພ​ອັນຕະລາຍທີ່​ມີ​ຕໍ່​ການ​ພັດທະນາ​ທົ່ວ​ໂລກ, ປົກ​ປ້ອງ​ສິດ​ທິ​ເດັກ, ພິ​ເສດ​ແມ່ນ​ເດັກ​ຕ້ອງ​ອົບ​ພະຍົບ​ຍ້ອນ​ສົງຄາມ ​ແລະ ການ​ປະ​ທະ​ກັນ.

        ​ໃນ​ຂອບ​ເຂດ​ການ​​ໄປ​ເຮັດ​ວຽກ​ຄັ້ງ​ນີ້, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊິງ​ຮຸ່ງ ກໍ່​ຈະ​ໄປ​ຢ້ຽມຢາມສະຫະພັນ​ສະ​ວິດ ​ແລະ ສ.ອີ​ຕາ​ລີ ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ 2 ຝ່າຍ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ