ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມການພົບປະກັບບັນດານັກລົງທຶນແຂວງ ເງັ້ອານ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຂົ້າຮ່ວມການພົບປະກັບບັນດານັກລົງທຶນແຂວງ ເງັ້ອານ - ảnh 1
(ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ເຂົ້າຮ່ວມການພົບປະກັບບັນດານັກລົງທຶນແຂວງ ເງັ້ອານ)

(vovworld) - ການ​ພົບ​ປະ​ກັບບັນດາ​ນັກ​ລົງທຶນ​​ແຂວງເງະອານ​​ໃນວັນ​ທີ 04/03, ຢູ່​ນະຄອນ​ວິ​ງ, ​ແຂວງ​ເ​ງັ້ອານ, ​ເພື່ອ​ຊອກ​ຫາ​ບັນດາ​ວີ​ທີ​ການ​ແກ້​ໄຂ​ຫຍຸ້ງຍາກ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊົມ​ເຊີຍບັນ​ດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ທີ່​​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ, ພັດທະນາ​ການຜະລິດ​ດຳ​ເນີນທຸລະ​ກິດ ​ແລະ ມີ​ການ​ຄ້າຂາຍ​ຢ່າງ​ມີ​ປະສິດທິ​ຜົມ​ຢູ່ ​ເງັ້ອານ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດຕັກ​ເຕືອນ​ວ່າແຂວງ​ເງັ້ອານ ສືບ​ຕໍ່​ດຶງ​ດູດ​ການ​ລົງທຶນ ​ແລະ ສຸມ​​​​ໃສ່​ການ​ກໍ່ສ້າງ, ​ເປີດ​ກ້ວາງ​ລະບົບ​ທ່າ​ກຳ່​ປັ່ນ​ທະ​ເລ, ທາງ​ຫຼວງ​ຕາ​ເວັນ​ອອກ​ຕາເວັນ​ຕົກ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​​ແລກປ່ຽນ​ຄ້າຂາຍ​ຜ່ານ​ບໍລິ​ເວນ​ແຂວງ.​ ເພື່ອບັນ​ລຸໄດ້​ຄາດໝາຍ​ນັ້ນ, ອຳນາດ​ການ​ປົກຄອງ​ແຂວງ​ຄວນ​ຍູ້ແຮງການ​ກວດກາ​ແຜນ​ກຳນົດການພັດທະນາ​ເສດຖະກິດ - ສັງຄົມຂອງ​ແຂວງໃນ​ໄລຍະ​ທີ່​ຈະ​ມາ​ເຖິງ; ປະຕິບັດ​ວຽກ​ງານ​ວາງ​ແຜນ​ກຳນົດ​ເປັນ​ຢ່າງ​ດີ, ​ເລືອກ​​ເຟັ້ນໂຄງການ, ນັກ​ລົງທຶນ​ຕາມ​ທິດ​ພັດທະນາ​​ແບບຍືນ​ຍົງ

      ​​ເນື່ອງໃນ​ໂອກາດ​ນີ້​, ຄະນະ​ກຳມະການ​ປະຊາຊົນ ​ແຂວງ​ເ​ງັ້ອານ ​ໄດ້​ມອບ​ໃບຢັ້ງຢືນລົງທຶນ​ໃຫ້ 8 ​ໂຄງການ ​ແລະ ລົງ​ນາມ​ໃນສັນຍາ​ຮ່ວມ​ມື​ລົງທຶນ​​ 4 ສະບັບເຂົ້າ​ທ້ອງ​ຖິ່ນ​ ດ້ວຍ​ຈຳນວນທຶນ​ຈົດ​ທະບຽນ​​ກວ່າ 18.500 ຕື້ດົງ ​ແລະ 87.5 ລ້ານ USD.

ຂ່າວ/ບົດ​ອື່ນ