ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຈລະຈາກັບປະທານສະພາສູງຍີ່ປຸ່ນ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເຈລະຈາກັບປະທານສະພາສູງຍີ່ປຸ່ນ - ảnh 1
(ການ​ເຈລະຈາລະຫວ່າງຫວຽດນາມ - ຍີ່ປຸ່ນ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 5/12, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫວຽ​ດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ບັນດາສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເລີ່ມຕົ້ນ​ການ​ຢ້ຽມຢາມ​ຍີ່​ປຸ່ນ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 5 – 8/12, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ສູງ​ຍີ່ປຸ່ນ Hirata Kenji. ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ໃນ​ເດືອນ 9/1973, ​ແຕ່​ປີ 1992 ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ​ສອງ​ປະເທດ​ໄດ້​ຮັບ​ການ​ປັບປຸງ, ພັດທະນາ​​ຢ່າງ​ບໍ່​ຢຸດ​ຢັ້ງ ​ໃນ​ທຸກ​ຂົງ​ເຂດ​ຄື ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ… ຍີ່ປຸ່ນ ​ແມ່ນ​ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ແລະ ​ແມ່ນ​ປະ​ເທດ G7 ທຳ​ອິດ​​ທີ່​ໄດ້ຮັບ​ຮູ້​ກົນ​ໄກ​ເສດຖະກິດ​ການ​ຕະຫຼາດ​​ຂອງ​ຫວຽດນາມ (10/2011). ມາ​ຮອດ​ປະຈຸ​ບັນ, ຍີ່ປຸ່ນ​ແມ່ນ​ປະ​ເທດ​ອຸປະຖຳ ODA ​ໃຫຍ່​ອັນ​ດັບ​ໜຶ່ງຂອງ​ຫວຽດນາມ​​ ແລະ ​ແມ່ນ​ນັກ​ລົງທຶນ​ອັນໜຶ່ງ​ຢູ່​ຫວຽດນາມ, ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່ອັນ​ດັບ​ທີ່ 3 ຂອງ​ຫວຽດນາມ.

ຕອນ​ບ່າຍ​ວັນ​ທີ 5/12, ຢູ່​ສຳນັກງານ​ສະພາ​ສູງ​ຍີ່ປຸ່ນ, ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານປະທານ​ສະພາ​ສູງ​ຍີ່ປຸ່ນ Hirata Kenji. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ທ່ານປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ທີ່ນັ້ບມື້​ນັບ​ໄດ້​ຮັບ​ການ​ພັດທະນາຢ່າງຮອບດ້ານໃນ​ທຸກ​ຂົງ​​ເຂດ​; ພ້ອມ​ທັງ​ຍູ້​ແຮງ​ສາຍ​ພົວພັນ​ມິດ​ຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ​ແລະ ສະພາ​ສູງ​ຍີ່ປຸ່ນ. ທ່ານປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ສອງ​ປະ​ເທດ​ຄວນສົມທົບ​ກັນ​ເພື່ອ​ຈັດ​ຕັ້ງ​​ປີ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ​ໃຫ້​ສຳ​ເລັດ​ຜົນ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2013. ທ່ານປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້ຖື​ເປັນ​ສຳຄັນ ​ແລະ ປາດ​ຖະນາຢາກ​ເຮັດ​ໃຫ້ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືຮອບດ້ານ​ກັບ ຍີ່ປຸ່ນ ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ອີກ, ​ແລະຖື​ວ່ານີ້​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ສະ​ເໜີ​ບັນດາ​ເນື້ອ​ໃນ​​​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ສອງ​ປະ​ເທດ ຄວນ​ເພີ່ມ​ທະວີ​​ການ​ຢ້ຽມຢາມ, ການພົບ​ປະຕ່າງໆ ລະ​ຫວ່າງ​ສອງ​ຝ່າ​ຍ, ​ໂດຍ​ສະ​ເພາະ​ແມ່ນ​ລະຫວ່າງ​ບັນດາ​ກຸ່ມ​ສະມາຊິກ​ສະພາ​ມິດຕະພາບ; ບັນດາ​ຄະນະ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ ​ເພື່ອ​ແລກປ່ຽນ ​ແລະ ​ແບ່ງປັນ​ບົດຮຽນ​ດ້ານ​ນິຕິ​ບັນຍັດ… ທ່ານປະທານ​ສະພາ​ແຫ່ງ​ຊາດ ​ຫງວຽນ​ຊິງ​ຮຸ່ງ ຂອບ​ອົກ​ຂອບ​ໃຈ​ລັດຖະບານ ​ແລະ ປະຊາຊົນ​ຍີ່ປຸ່ນ ທີ່​ໄດ້​ສືບ​ຕໍ່​ສະຫງວນ​ທຶນ ODA ​ໃນ​ລະດັບ​ສູງ​ໃຫ້​ແກ່​ຫວຽດນາມ ​ແລະ ຊີ້​ແຈ້ງວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​​ເປັນ​ສຳຄັນການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງທຶນດັ່ງກ່າວຢ່າງ​ມີ​ປະສິດທິ​ຜົນ ​ແລະ ຖືກຕາມເປົ້າ​ໝາຍ.

ສ່ວນ​ທ່ານ​ປະທານ​ສະພາ​ສູງ Hirata Kenji ກໍ່​ເນັ້ນ​ໜັກ​ວ່າ, ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ແມ່ນ​ປະກອບສ່ວນ​ເປີດ​ກວ້າງ ​ແລະ ພັດທະນາ​ການ​ພົວພັນ​ກັບ​ຍີ່ປຸ່ນ​ ໃນ​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເພື່ອ​ສັນຕິພາບ, ມິດຕະພາບ ​ແລະ ການ​ພັດທະນາ. ຍີ່ປຸ່ນຈະ​ສືບ​ຕໍ່​ເພີ່ມ​ທະວີ​ແຫຼ່ງທຶນ ODA ​ໃຫ້​ແກ່​ຫວຽດນາມ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ​ຫວຽດນາມ​ ຈະ​ຈັດ​ຕັ້ງ ​ແລະ ນຳ​ໃຊ້, ຄຸ້ມ​ຄອງ​ແຫຼ່ງທຶນ​ນີ້​ຢ່າງ​ມີ​ປະສິດທິ​ຜົນທີ່​ສຸດ. ທ່ານ​ກໍ່​ໄດ້​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ, ລັດຖະບານ​ຫວຽດນາມ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື.

ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ໄດ້​ໄປ​ຢ້ຽມຢາມ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ​ ປະຈຳ​ຍີ່ປຸ່ນ ​ແລະ ຜູ້ຕາງໜ້າ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​​ໂຕ​ກຽວ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຢືນຢັນ​ວ່າ​ ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ແມ່ນ​ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ​ມີ​ຊີວິດ​ເປັນ​ປົກກະຕິ, ​ເຊື່ອມ​ໂຍງ​ເຂົ້າ​ສັງຄົມ​ຂອງ​ປະ​ເທດ​ທີ່​ເຂົາ​ເຈົ້າ​ອາ​ໄສຢູ່, ຊ່ວຍ​ປະຊາ​ຄົມ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊາດ, ອ່ວາຍ​ເມືອ​ຫາ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ