ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເລີ່ມຕົ້ນການຢ້ຽມຢາມ ສ ເກົາຫຼີ ແລະ ມຽນມາ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເລີ່ມຕົ້ນການຢ້ຽມຢາມ ສ ເກົາຫຼີ ແລະ ມຽນມາ ຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ
(ພາບປະກອບ)

(vovworld) – ວັນ​ທີ 21/7, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ນຳ​ໜ້າ ​ໄດ້​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ, ​ໄປ​ຢ້ຽມຢາມ ສ ​ເກົາຫຼີ ​ແລະ ສາທາລະນະ​ລັດ ສະຫະພາບ ມຽນມາ ຢ່າງ​ເປັນ​ທາງການ​ແຕ່​ວັນ​ທີ 21 – 26/7/2013, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທານ​ສະພາ​ແຫ່ງ​ຊາດ ສ ​ເກົາຫຼີ Kang Chang Hee ​ແລະ ປະທານ​ສະພາ​ສູງ ທັງ​ເປັນ​ປະທານ​ສະພາ​​ແຫ່ງ​ຊາດ ສາທາລະນະ​ລັດ ສະຫະພາບ ມຽນມາ Khin Ang Min. ການ​ຢ້ຽມຢາມ ສ ​ເກົາຫຼີ, ມຽນມາ​ ຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຄັ້ງ​ນີ້ ​​ແນ​ໃສ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ການ​ທູດ​ລັດຖະສະພາ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ, ປະກອບສ່ວນ​ປະຕິບັດ​ແນວທາງ​ພົວພັນ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອງ​ມູນິດ ຫວຽດນາມ, ພ້ອມ​ທັງ​ຢືນຢັນ​ນະ​ໂຍບາຍ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ໃນ​ການ​ພົວພັນ​ກັບ 2 ປະ​ເທດ​ດັ່ງກ່າວ. ການ​ຢ້ຽມຢາມ​ກໍ່​ປະກອບສ່ວນ​ຮັກສາ​ທ່າ​ພັດທະນາ​ການ​ພົວພັນ, ພິ​ເສດ​ແມ່ນ​ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ ຫວຽດນາມ ​ກັບ ສ ​ເກົາຫຼີ ​ແລະ ມຽນມາ, ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ກັບ​ສະພາ​ແຫ່ງ​ຊາດ ສ ​ເກົາຫຼີ ​ແລະ ມຽນມາ ຕາມ​ທິດ​ໝັ້ນຄົງ, ​ແທດ​ຈິງ ​ແລະ ມີ​ປະສິທິຜົນ. ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ ຫວຽດນາມ ບົນ​ເວທີ​ສາກົນ ​ແລະ ຊຸກຍູ້​ການ​ເຊື່ອມ​ໂຍງ​ກັບພາກ​ພື້ນ ​ແລະ ສາກົນ​ຂອງ ຫວຽດນາມ.

 

ຂ່າວ/ບົດ​ອື່ນ