ປະທານສະພາແຫ່ງຊາດ ຫງວຽນຊິງຮູງ ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດລາວ

ປະທານສະພາແຫ່ງຊາດ ຫງວຽນຊິງຮູງ ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດລາວ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ ແລະ ​ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ລາວ ປານີ ຢາ​ທໍ​ຕູ້
(ພາບປະກອບ)

 (vovworld) - ຕອນ​ບ່າຍ​ວັນ​ທີ 7/1 ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ ປານີ ຢາ​ທໍ​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ລາວ ​ເຊິ່ງພວມ​ຢ້ຍມຢາ​ມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮູ່ງ ຕີ​ລາຄາ​ສູງ​ຄວາມ​ໝາຍ ​ແລະ ບັນດາ​ໝາກຜົນ​ຂອງ​ການ​ເຄື​່ອນ​ໄຫວ​ໃນ​ປີ ສາມັກຄີ - ມິດຕະພາບ​ຫວຽດນາມ - ລາວ 2012 ​ແລະ ​ເນັ້ນ​ໜັກ ກ່ຽວ​ກັບ​ຜົນສຳ​ເລັດ​ຮ່ວມ​ຂອງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ລາວ ຢູ່​ແຂວງ​ ​ເຊີນ​ລາ ​ເມື່ອ​ເດືອນ 4/2012. 2 ຝ່າ​ຍ​ໄດ້​ເປັນ​ເອກະສັນ​ກັນ​ຢ່າງ​ສູງ ກ່ຽວ​ກັບ​ບັນດາ​ມາດ​ຕະການ​ສົມທົບ​ກັນລະຫວ່າງ 2 ສະພາ​ແຫ່ງ​ຊາດ ກັບ ລັດຖະບານ 2 ປະ​ເທດ ​ໃນ​ທຸກໆ​ຂົງ​ເຂດ​ເປັນ​ຕົ້ນ​ແມ່ນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮູ່ງ ຫວັງ​ວ່າ: ​ໃນ​ໄລຍະ​ທີ່​ຈິະມາ​ເຖິງ, ສະພາ​ແຫ່ງຊາດ 2 ປະ​ເທດ ຈະ​ຕັ້ງໜ້າ​ກ່ວາ​ອີກ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ໃນ​ສັນຍາ​ຮ່ວມ​ມື ​ເພີ່ມ​ທະວີ​ການ​ແລກປ່ຽນ ຂໍ້​ມູນ​ຂ່າວສານ, ບົດຮຽນ, ວິຊາ​ສະ​ເພາະ ​ແລະ ສືບ​ຕໍ່​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ລະຫວ່າງ​ຊາດ, ສາກົນ ​ແລະ ພາກ​ພື້ນ ​ເພື່ອ​ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ.

ສ່ວນທ່ານ​ນາງ ປານີ ຢາ​ທໍ​ຕູ້, ປະທານ​ສະພາ​ແຫ່ງ​ຊາດ ລາວ ຖື​ວ່າ: ບັນດາ​ການ​ເຄື່ອນ​ໄຫວ​ຂອງ 2 ຝ່າຍ​ຝນ​ໂອກາດ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງທັງ 2 ຝ່າຍ​ໃນ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ - ມິດຕະພາບ​ແບບ​ພິ​ເສດລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ