ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ ກອງປະຊຸມ ປະທານສະພາແຫ່ງຊາດ ບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3

(VOVWORLD) - ຕອນບ່າຍວັນທີ 9 ຕຸລາ (ຕາມເວລາທ້ອງຖິ່ນ), ທີ່ Antalya, ຕວກກີ, ທ່ານນາງປະທານສະພາແຫ່ງຊາດ ສສ ຫວຽດນາມ  ຫງວຽນທິກິມເງິນ  ໄດ້ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ ຄັ້ງທຳອິດຂອງ ກອງປະຊຸມ ປະທານສະພາແຫ່ງຊາດ ບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3 (MSEAP3). 
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ ກອງປະຊຸມ ປະທານສະພາແຫ່ງຊາດ ບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3 - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດ ບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3 (ພາບ: TTXVN)

ດ້ວຍຫົວຂໍ້ຂອງກອງປະຊຸມແມ່ນ “ການຮ່ວມມືດ້ານເສດຖະກິດ, ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ຢູ່ອາຊີ - ເອີຣົບ”, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ ຕັ້ງໜ້າ ເຂົ້າຮ່ວມ ແລະ ມີຄວາມຮັບຜິດຊອບ ໃນການເຄື່ອນໄຫວການຕ່າງປະເທດຂອງລັດຖະສະພາໃນໂລກ ແລະ ໃນພາກພື້ນ, ພ້ອມແລ້ວທີ່ຈະສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມືກັບບັນດາລັດຖະສະພາ ອາຊີ - ເອີຣົບ, ເພີ່ມທະວີການແບ່ງປັນບົດຮຽນ, ຂໍ້ມູນຂ່າວສານ, ປະກອບສ່ວນໜູນຊ່ວຍກັນ ຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ, ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນໃນໂລກ.

ແບ່ງປັນວ່າ ຫວຽດນາມ ພວມສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ຮອບດ້ານກວ່າ, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຂົ້າໃນບັນດາວິວັດທະນາການເຊື່ອມໂຍງກັບພາກພື້ນ ແລະ ໃນໂລກ, ແລະ ປາຖະໜາຢາກສືບຕໍ່ຮ່ວມມືກັບບັນດາປະເທດ ອາຊີ -ເອີຣົບ ໃນທຸກຂົງເຂດຢ່າງແໜ້ນແຟ້ນກວ່າອີກ, ໂດຍສະເພາະແມ່ນ ການປ່ຽນແປງໃໝ່ ຫົວຄິດປະດິດສ້າງ ຕິດພັນກັບເຕັກໂນໂລຊີ ດິຈິຕອນ, ເຊື່ອມຕໍ່ແບບອັດສະລິຍະ, ພັດທະນາແບບຍືນຍົງ, ກວມລວມ…

ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ກ່າວຊີ້ແຈ້ງວ່າ ເລື່ອງສືບຕໍ່ສະໜັບສະໜູນການປະຕິຮູບ ບັນດາກົນໄກການບໍລິຫານໃນທົ່ວໂລກຕາມທິດຍຸຕິທຳ, ປະຊາທິປະໄຕ ແລະ ມີປະສິດທິຜົນກວ່າ, ສອດຄ່ອງກັບການປ່ຽນແປງຂອງພາລະກຳລັງ ແລະ ບົດບາດທີ່ນັບມືນັບເພີ່ມຂຶ້ນຂອງບັນດາພື້ນຖານເສດຖະກິດທີ່ພວມພັດທະນາ.

ໃນຕອນຄ່ຳຂອງວັນດຽວກັນ, ການນຳບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ຮັບຮອງເອົງຖະແຫຼງການຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ