ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 01 ສິງຫາ ທີ່ຮ່າໂນຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ Bruno Angetlet ເນື່ອງໃນໂອກາດສິ້ນສຸດການປະຕິບັດງານຢູ່ ຫວຽດນາມ. 

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີຄວາມພາກພູມໃຈເມື່ອເຫັນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ ໃນໄລຍະຜ່ານມາ ໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າທີ່ສຸດ; ພ້ອມທັງ ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານ Bruno Angetlet ໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ), ລັດຖະສະພາ ເອີຣົບ (EP).

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ - ảnh 1 ທີ່ການຕ້ອນຮັບ (ພາບ: quochoi.vn)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ເຖິງວ່າໄດ້ຮັບດຳລົງຕຳແໜ່ງໃດໆກໍ່ຕາມ ທ່ານເອກອັກຄະລັດຖະທູດ Bruno Angetlet ຍັງຄົງແມ່ນເພື່ອນມິດທີ່ສະໜິດສະໜົມ, ສືບຕໍ່ເພີ່ມພູນຄູນສ້າງໃຫ້ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ  ອີຢູ, ພິເສດແມ່ນຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ເອີຣົບ.

        ສ່ວນທ່ານເອກອັກຄະລັດຖະທູດ Bruno Angetlet ໄດ້ຢືນຢັນວ່າ: ສະຫະພາບ ເອີຣົບ ຍາມໃດກໍ່ມານະພະຍາຍາມຢ່າງສູງສຸດ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບ ອີຢູ ໃຫ້ຫລາຍກ່ວານີ້ອີກ, ກໍ່ຄືໜູນຊ່ວຍ ຫວຽດນາມ ພັດທະນາຢ່າງແຮງກ່ວາໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ