ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ: ນ້ຳໃຈຂອງທະຫານ ແລະ ປະຊາຊົນຄືດັ່ງ “ປາກັບນ້ຳ”

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ກໍ່ເນັ້ນໜັກວ່າ ກຳລັງທະຫານຊາຍແດນຄວນເຂົ້າຮ່ວມຢ່າງມີປະສິດທິຜົນໃນການກໍ່ສ້າງຊົນນະບົດໃໝ່

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ: ນ້ຳໃຈຂອງທະຫານ ແລະ ປະຊາຊົນຄືດັ່ງ “ປາກັບນ້ຳ” - ảnh 1 ທ່ານນາງປະທານສະພາແຫ່ງຊາດ ມອບຂອງຂວັນໃຫ້ທະຫານຊາຍແດນ ຫຼູງກູ໋

ຕອນເຊົ້າວັນທີ 28 ມັງກອນ, ທີ່ການຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດຊາຍແດນແຂວງ ຮ່າຢາງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຍ້ອງຍໍຊົມເຊີຍບັນດາພະນັກງານ, ນັກຮົບທີ່ໄດ້ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມໃນການປັບປຸງພື້ນຖານດ້ານການເມືອງ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນຢ່າງມີປະສິດທິຜົນ. ທ່ານນາງປະທານສະພາແຫ່ງຊາດ ກໍ່ເນັ້ນໜັກວ່າ ກຳລັງທະຫານຊາຍແດນຄວນເຂົ້າຮ່ວມຢ່າງມີປະສິດທິຜົນໃນການກໍ່ສ້າງຊົນນະບົດໃໝ່, ບັ້ນຂົນຂວາຍ “ທະຫານຊາຍແດນຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ, ບໍ່ມີໃຜຖືກປະໄວ້ຢູ່ທາງຫຼັງ” ແລະ ລາຍການພິເສດ “ໜູນຊ່ວຍໃຫ້ນ້ອງໄດ້ໄປໂຮງຮຽນ” ແລະ ຫຼາຍວຽກງານທີ່ແທດຈິງ, ມີຄວາມໝາຍ, ສະແດງນຳ້ໃຈປະຊາຊົນ ແລະ ທະຫານ ຄື “ປາກັບນ້ຳ”.

        ຫຼັງຈາກນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 2ຢູ່ນະຄອນ ຫວຽດຈີ່, ແຂວງ ຟູ໋ເທາະ.

ຕອບກັບ

ຂ່າວ/ບົດ​ອື່ນ