ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ ເກິນເທີ

(VOVWORLD) - ໂດຍສືບຕໍ່ລາຍການພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ດຳເນີນກອງປະຊຸມສະໄໝສາມັນສະພາແຫ່ງຊາດ ຫວຽດນາມ, ຕອນເຊົ້າວັນທີ 26 ເມສາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ເຍີນເຫງັຍ, ເມືອງ ຟອງດ່ຽນ, ນະຄອນ ເກິນເທີ.
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ ເກິນເທີ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຢູ່ຕາແສງ ເຍີນເຫງັຍ, ເມືອງ ຟອງດ່ຽນ ໄດ້ເຕື້ອງເຖິງບັນດາບັນຫາທີ່ກ່ຽວຂ້ອງເຖິງກະສິກຳ, ຊົນນະບົດ, ຊາວກະສິກອນ; ຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດທີ່ກໍ່ຜົນສະທ້ອນຕໍ່ການດຳລົງຊີວິດ, ການຜະລິດຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

        ແບ່ງປັນຄວາມເປັນຫ່ວງເປັນໄຍຂອງຜູ້ມີສິດເລືອກຕັ້ງທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງຈະໄດ້ສັງລວມ ແລະ ສົ່ງເຖິງບັນດາອົງການ, ກະຊວງ, ຂະແໜງການເພື່ອແກ້ໄຂ, ສະພາແຫ່ງຊາດຈະຕິດຕາມກວດກາການປະຕິບັດຢ່າງແໜ້ນແຟ້ນ.

ຕອນບ່າຍຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກ໊າຍຣັງ, ນະຄອນ ເກິນເທີ ກວ່າ 200 ຄົນ. ການພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງ ກ໊າຍຣັງ ກໍເປັນການສິ້ນສຸດການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ ກ່ອນດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

 

ຕອບກັບ

ຂ່າວ/ບົດ​ອື່ນ