ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພົບປະເຈລະຈາກັບປະທານສະພາແຫ່ງຊາດ ກຳປູເຈຍ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາຊະອານາຈັກ ກຳປູເຈຍ ໂດຍທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ນຳໜ້າຢ້ຽມຢາມມິດຕະພາບ ຫວຽດນາມ ຢ່າງເປັນທາງການ
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ພົບປະເຈລະຈາກັບປະທານສະພາແຫ່ງຊາດ ກຳປູເຈຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin 

ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ ເຂົ້າຮ່ວມກອງປະຊຸມປະທານແນວໂຮມປະເທດຊາດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແຕ່ວັນທີ 23 ເຖິງ ວັນທີ 26 ມິຖຸນາ. ຕອນບ່າຍວັນທີ 23 ມິຖຸນາ, ທີ່ສຳນັກງານສະພາແຫ່ງຊາດ, ໄດ້ດຳເນີນພິທີຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ ຢ່າງສົມກຽດ. ພາຍຫລັງພິທີຕ້ອນຮັບ ປະທານສະພາແຫ່ງຊາດ 2 ທ່ານໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ປະທານສະພາແຫ່ງຊາດ 2 ທ່ານ ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະການນຳຂັ້ນສູງ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ແນໃສ່ສົມທົບກັນປະຕິບັດບັນດາບັນຫາທີ່ມີລັກສະນະຍຸດທະສາດ; ແບ່ງປັນຂໍ້ມູນຂ່າວ, ແລກປ່ຽນບົດຮຽນ, ມາດຕະການລະອຽດ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນການພົວພັນ 2 ປະເທດຢ່າງທັນການ ບົນຈິດໃຈເຂົ້າໃຈ, ເຊື່ອໝັ້ນ, ເໝາສົມກັບກົດໝາຍ ຫວຽດນາມ, ກົດໝາຍກຳປູເຈຍ ແລະ ທຳນຽມສາກົນ.

        2 ຝ່າຍເຫັນດີເປັນເອກະພາບ ຮັກສາການພົວພັນລະຫວ່າງບັນດາອົງການພັກ, ການພົວພັນການທູດຂອງລັດ, ການພົວພັນປະຊາຊົນເປັນປະຈຳ; ຊຸກຍູ້ບັນດາການເຄື່ອນໄຫວມິດຕະພາບ ແລະ ຍູ້ແຮງການໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ໃນປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດຢ່າງບໍ່ຢຸດຢັ້ງ.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສະເໜີ 2 ຝ່າຍສືບຕໍ່ເຈລະຈາ ເພື່ອເຊັນສັນຍາການຄ້າຊາຍແດນ ຫວຽດນາມ - ກຳປູເຈຍ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ