ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມອບຂອງຂວັນບຸນເຕັດຢູ່ແຂວງ ເບັ໊ນແຈ

(VOVWORLD) - ວັນທີ 02 ກຸມພາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ເດັກກຳພ້າ, ຄົນພິການຢູ່ແຂວງ ເບັ໊ນແຈ. 
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມອບຂອງຂວັນບຸນເຕັດຢູ່ແຂວງ ເບັ໊ນແຈ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ (ພາບ: bentre.gov.vn)

  ທີ່ພິທີມອບຂອງຂວັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຜູ້ອຸປະຖຳແມ່ນບໍລິສັດໃຫຍ່ອາຍແກັດ ຫວຽດນາມ ສັງກັດກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ ໄດ້ມອບຂອງຂວັນເປັນສັນຍາລັກ ແລະ ມອບຂອງຂວັນ 1.500 ພຸດ ໃຫ້ບັນດາຂະແໜງການທີ່ມີຄວາມຮັບຜິດຊອບໃນແຂວງ ເບັ໊ນແຈ ເພື່ອມອບໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ເດັກກຳພ້າ, ຄົນພິການໃນບໍລິເວນແຂວງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຮຽກຮ້ອງບັນດາຂະແໜງການ, ທຸກຂັ້ນໃນແຂວງ ພ້ອມກັນຮ່ວມແຮງຮ່ວມໃຈເບິ່ງແຍງຊີວິດການເປັນຢູ່ໃຫ້ປະຊາຊົນ, ເປັນຕົ້ນແມ່ນບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຮັບປະກັນໃຫ້ປະຊາຊົນທຸກຄົນ, ພິເສດແມ່ນຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໄດ້ຮັບບຸນເຕັດດ້ວຍຄວາມອົບອຸ່ນ, ສະຫງົບສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ