ປະທານສະພາແຫ່ງຊາດ ຫງວຽນທິກີມເງີນ ຢ້ຽມຢາມ ແລະ ເຮັດວຽກກັບປ້ອມປ້ອງກັນຊາຍແດນ ປາເຕີ່ນ

ປະທານສະພາແຫ່ງຊາດ ຫງວຽນທິກີມເງີນ ຢ້ຽມຢາມ ແລະ ເຮັດວຽກກັບປ້ອມປ້ອງກັນຊາຍແດນ ປາເຕີ່ນ - ảnh 1
ທ່ານ​ນາງ​ຫງວຽນ​ທິກີ​ມ​ເງິນ ​ແລະ ຄະນະ​ປະຕິບັດ​ງານ​
 ​ເຮັດ​ວຽກ​ຢູ່​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ປາ​ເຕີ່ນ, ​ເມືອງ ຊີ​ນ​ໂຮ່, ​ແຂວງ ລາຍ​ເຈົາ


(vovworld) - ຕອນ​ເຊົ້າ​ວັນ​ທີ 10/03, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ປ້ອມ​ປ້ອງ​ກັນຊາ​ຍ​ແດນ ປາ​ເຕີ່ນ, ​ເມືອງ ຊີ​ນ​ໂຮ່, ​ແຂວງ ລາຍ​ເຈົາ. ນະ​ທີ່​ນີ້, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ຕີ​ລາຄາ​ພະນັກ​ງານ, ນັກຮົບ​ປ້ອງ​ກັນຊາ​ຍ​ແດນ ພໍ່​ພຽງ​ແຕ່​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ, ອະທິປະ​ໄຕ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ ຫາ​ກຍັງ​ຊ່ວຍ​ໃຫ້​ປະຊາຊົນ​ຢູ່​ທ້ອງ​ຖິ່ນ​ພັດທະນາ​ເສດຖະກິດ​ອີກ​ດ້ວຍ. ພິ​ເສດ ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ໄດ້​ຮັບ​ໜ້າ​ທີ່​ເພີ່ມ​​ເຕີ່​ມ​ໃຫ້​ບັນດາ​ຕາ​ແສງ​ຊາຍ​ແດນ​ເຂົ້າ​ຮ່ວມ​ການ​ສ້າງ​ລະບົບ​​ການ​ເມືອງ​ຂັ້ນຮາກ ຖານ, ຮັກສາ​ບັນດາ​ຕຳ​ແໜ່​ງ​​ຫຼັກ​ແຫຼ່ງ​ໃນ​ອຳນາດ​ການ​ປົກ​ຄອງ​ຕາ​ແສງ​ຕ່າງໆ. ທ່ານ​ນາງ​ປະທານ​ສະ​ພາ​ແຫ່​ງຊາດ​ຖື​ວ່າ:

        “ບັນດາຫຼັກ​ໝາຍ​ທີ່​ເຮັດ​ດ້ວຍ​ຊີມັງ, ​ເສີມ​ເຫຼັກ ກໍ່​ບໍ່​ອາດໝັ້ນຄົງ​ເທົ່າ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ. ດັ່ງ​ນັ້ນ ​ເລື່ອງຕັ້ງ​ຖິ່ນ​ຖານ​ຄົງທີ່ຄືນ​ໃໝ່ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ມີ​ຊີວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະ​ຕິ ​ເພື່ອ​ພັດທະນາ​ທຳ​ການ​ຜະລິດ ນັ້ນຈະ​ແມ່ນ​ບັນ​ດາ​ຫຼັກ​ໝາຍ​ໝັ້ນຄົງ​ທີ່​ສຸດ. ​ແລະ ບັນດາ​ພະນັກງານ, ນັກຮົບ​ປ້ອງ​ກັນຊາ​ຍ​ແດນ​ເອງ ຕ້ອງ​ຖື​ເອົາ​ຈິດ​ໃຈ​ຂອງ​ປະຊາຊົນຢູ່​ຊາຍ​​ແດນ ​ເພື່ອ​ປ້ອງ​ກັນ​ອະທິປະ​ໄຕ​ຂອງ​ພວກ​ເຮົາ”.

       ຕອນບ່າຍ​ວັນ​ທີ 10/3, ຢູ່​ສູນ​ກອງ​ປະຊຸມ​ແຂວງ ລາຍ​ເຈົາ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ. ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ສະ​ເໜີ​ແຂວງ ລາຍ​ເຈົາສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ ​ເພື່ອ​ພັດທະນາ​ເສດຖະກິດ. ພິ​ເສດ​ແມ່ນ​ການ​ພັດທະນາ​ເສດຖະກິດ​ທີ່​ມີ​ຄຸນຄ່າ​ສູງ; ຍູ້​ແຮງ​ວຽກ​ງານ​ຫັນ​ເປັນ​ສັງຄົມ​ໃນ​ຂົງ​ເຂດ​ຕ່າງໆ; ລະດົມ​ແຫຼ່ງກຳລັງ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖີ່​ນ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ມອບ​ໜ້າ​ທີ່​ໃຫ້​ທ່ານ​ເລຂາທິການ​ສະພາ​ແຫ່ງ​ຊາດຕິ​ດຕາມ​ກວດກາ, ສະຖິຕິ​ບັນດາ​ວຽກ​ງານ​ທີ່​​ໄດ້​ປະຕິບັດ, ບໍ່​ທັນ​ປະຕິບັດ ​ເພື່ອ​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ພິຈາລະນາ​ປະຕິບັດ, ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ໃຫ້​ທ້ອງ​ຖີ່​ນຢ່າງ​ທັນ​ການ.



ຕອບກັບ

ຂ່າວ/ບົດ​ອື່ນ