ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ອວຍພອນ ຊາວຄຼິດເຂດແທງຮ້ວາ

(VOVWORLD) -ວັນທີ 21 ທັນວາ, ຢູ່ເຂດຊາວຄຼິດແທງຮ້ວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ອວຍພອນສັງຄະລາດ, ຄຸນພໍ່, ນັກບວດ  ແລະ ຊາວຄຼິດເນື່ອງໃນໂອກາດວັນບຸນຄິດສມາດ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ອວຍພອນ ຊາວຄຼິດເຂດແທງຮ້ວາ  - ảnh 1 ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ອວຍພອນ ຊາວຄຼິດເຂດແທງຮ້ວາ 

ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຕີລາຄາສູງການຕອບສະໜອງຢ່າງຕັ້ງໜ້າຂອງພໍ່ແມ່ພີນ້ອງຊາວຄຼິດໃນການເຂົ້າຮ່ວມບັນດາລາຍການຫນູນຊ່ວຍຊີວິດສັງຄົມ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນ ແລະ ຕ້ານໄພສັງຄົມ, ລົບລ້າງຄວາມອິດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່…. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ : 

     “ ໃນກິດຈະການສ້າງສາປະເທດຊາດປະຈຸບັນ, ບົດບາດຂອງສະມາຄົມຄຼິດທະສາສະໜາຫວຽດນາມ, ບັນດາສັງຄະລາດ, ສັງຄະນາຍົກ, ພິເສດແມ່ນປະທານສະພາສັງຄະລາດຫວຽດນາມ ແມ່ນສຳຄັນທີ່ສຸດ. ພັກ, ລັດຫວຽດນາມ ຍາມໃດກໍມີຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ຈະມາເຖິງ, ສະມາຄົມຄຼິດທະສາສະໜາຫວຽດນາມ ຈະສືບຕໍ່ມີຄວາມຜູກພັນ, ຮ່ວມເດີນທາງພ້ອມກັບຊາດຫວຽດນາມເພື່ອເພື່ອກໍ່ສ້າງປະເທດຫວຽດນາມໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ. ເນື່ອງໃນໂອກາດວັນບຸນຄຼິດສະມາດ, ໂດຍຕາງໜ້າພັກ, ລັດຫວຽດນາມ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນຈົບງາມທີ່ສຸດເຖິງຊາວຄຼິດທຸກໆຄົນ ຈົ່ງມີຄວາມສຸກ, ສາມັກຄີໃນທ່າມກາງບັນຍາກາດສັນຕິພາບ”

ຕອບກັບ

ຂ່າວ/ບົດ​ອື່ນ