ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອຂອງ ບໍລິສັດໃຫຍ່ເຕີນກາງໄຊງ່ອນ

(VOVWORLD) -ຕອນເຊົ້າວັນທີ 15 ມີນາ, ຢູ່ນະຄອນໂຮ່ຈິມິນ, ບໍລິສັດໃຫຍ່ເຕີນກາງໄຊງ່ອນ ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອຂອງ ບໍລິສັດໃຫຍ່ເຕີນກາງໄຊງ່ອນ(15/3/1989 – 15/3/2019) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 1
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອຂອງ ບໍລິສັດໃຫຍ່ເຕີນກາງໄຊງ່ອນ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  

ທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຊີ້ແຈ້ງວ່າ ໃນຊຸມປີທີ່ຈະມາເຖິງ, ຄາດຄະເນວ່າ ສະພາບການພາກພື້ນ ແລະ ໂລກຈະສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະ ສັບສົນ, ໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມໄດ້ວາງອອກຄວາມຮຽກຮ້ອງຕ້ອງການຢ່າງສູງທີ່ສຸດ, ເປັນຕົ້ນແມ່ນການປົກປັກຮັກສາເຂດທະເລໝູ່ເກາະ ແລະ ປະຕິບັດຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມແບບຍືນຍົງເຖິງປີ 2030 ແລະ ວິໄສທັດເຖິງປີ 2045 ຊຶ່ງພັກໄດ້ວາງອອກ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ກ່າວວ່າ :

    “ ຂ້າພະຈົ້າສະເໜີກະຊວງປ້ອງກັນປະເທດ, ເຫຼົ່າທັບເຮືອ ຈົ່ງຊີ້ນຳບໍລິສັດໃຫຍ່ເຕີນກາງໄຊງ່ອນ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະ ປະຕິບັດແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ; ເສີມຂະຫຍາຍມູນເຊື້ອອົງອາດກ້າຫານຂອງກອງທັບ, ເຫຼົ່າທັບເຮືອ, ບໍລິສັດໃຫຍ່ເຕີນກາງໄຊງ່ອນ, ພ້ອມກັນປະຕິບັດທຸກໆໜ້າທີ່ໄດ້ຮັບມອບໝາຍຢ່າງມີໄຊ ”

ຕອບກັບ

ຂ່າວ/ບົດ​ອື່ນ