ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂ IPU 137

(VOVWORLD) - ຕອນຄ່ຳວັນທີ 14 ຕຸລາ (ຕາມເວລາທ້ອງຖິ່ນ), ທີ່ນະຄອນ Saint Petersburg, ສະຫະພັນ ລັດເຊຍ, ໄດ້ໄຂກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 137 (IPU 137). 
ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂ IPU 137 - ảnh 1 ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ກ່າວຄຳເຫັນທີ່ພິທີໄຂ

ເຂົ້າຮ່ວມກອງປະຊຸມມີຜູ້ແທນກ່ວາ 2.000 ຄົນ ລວມມີສະມາຊິກລັດຖະສະພາກ່ວາ 800 ຄົນ ແລະ 86 ລັດຖະສະພາ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ຖືວ່າ: ໃນຜົນປະໂຫຍດລວມ, ບັນດາສະມາຊິກຂອງ IPU ຈະສ້າງໂຄງການດຳເນີນງານທີ່ມີຄວາມດຸ່ນດ່ຽງ, ສັນຕິພາບ, ຊອກຫາວິທີຫລຸດຜ່ອນການປະທະຫັນ ເພື່ອສະກັດກັ້ນການປະກົດຕົວຂອງການແບ່ງປັນໃໝ່.

ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂ IPU 137 - ảnh 2 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂ IPU 137 (ພາບ: TTXVN)

        ທ່ານປະທານ IPU Saber Chowdhury ເນັ້ນໜັກວ່າ: ບັນດາສະມາຊິກລັດຖະສະພາຄວນມານະພະຍາຍາມຊອກຫາມາດຕະການໃຫ້ແກ່ບັນດາບັນຫາເຄັ່ງຮ້ອນທີ່ສຸດໃນຍຸກສະໄໝ. ໜ້າທີ່ຂອງເຂົາເຈົ້າແມ່ນປຶກສາຫາລືບັນດາໂຄງການໃໝ່, ຊຸກຍູ້ການວັດທະນະທຳຫລາຍຮູບຫລາຍສີ. ທ່ານປະທານສະພາສະຫະພັນ ລັດເຊຍ Valentina Ivanovna Matviyenko ຖືວ່າ:

        “ທຸກຄົນພວມລໍຖ້າພວກເຮົາ, ບັນດາສະມາຊິກລັດຖະສະພາ, ບັນດາການກະທຳ, ບາດກ້າວປະຕິບັດໃນຕົວຈິງ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນໂລກ, ຊ່ວຍຟື້ນຟູສັນຕິພາບຍາວນານ, ຊຸກຍູ້ຄວາມກ້າວໜ້າກ່ຽວກັບເສດຖະກິດ ແລະ ສັງຄົມຂອງທຸກປະເທດ ແລະ ທຸກຊົນຊາດ. ເພາະສະນັ້ນ ຫົວເລື່ອງຕົ້ນຕໍຂອງບັນດາການປຶກສາຫາລືທີ່ກອງປະຊຸມສະມັດຊາໃຫຍ່ແມ່ນ : ຊຸກຍູ້ວັດທະນະທຳຫລາຍຮູບຫລາຍສີ ແລະ ສັນຕິພາບ ໂດຍຜ່ານການເຈລະຈາລະຫວ່າງສາສະໜາ ແລະ ລະຫວ່າງເຊື້ອຊາດເຜົ່າພັນ ແມ່ນສຳຄັນທີສຸດ”.

        ວັນທີ 15 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ມີບົດກ່າວປາໄສຢູ່ວາລະປະຊຸມຄົບຄະນະດ້ວຍຫົວຂໍ້ວ່າ “ຊຸກຍູ້ວັດທະນະທຳຫລາຍຮູບຫລາຍສີ ແລະ ສັນຕິພາບ ໂດຍຜ່ານການເຈລະຈາລະຫວ່າງສາສະໜາ ແລະ ເຊື້ອຊາດເຜົ່າພັນ” .

 

ຕອບກັບ

ຂ່າວ/ບົດ​ອື່ນ