ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ

(VOVWORLD) - ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຫໍສະພາປະຊາຊົນແຫ່ງຊາດ ຈີນ, ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມສາທາລະນະລັດ ປະຊາຊົນ ຈີນ ຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະເຈລະຈາກັບທ່ານ ກວາງຢ໊າງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ . 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ ຈີນ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ກວາງຢ໊າງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ  (ພາບ: TTXVN)

ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມໄດ້ແຈ້ງໃຫ້ທ່ານ ກວາງຢ໊າງ ຊາບກ່ຽວກັບການສົມທົບກັນໃນການປະຕິບັດງານລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ແນວໂຮມປະເທດຊາດ ຫວຽດນາມ. ພ້ອມທັງຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຜ່ານບັນດາການເຄື່ອນໄຫວຮ່ວມມືລະຫວ່າງ ແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໃນໄລຍະຜ່ານມາ. ທ່ານນາງ ຫງວຽນທິກິມເງິນ ໄດ້ສະເໜີໃຫ້ທ່ານ ກວາງຢ໊າງ ສືບຕໍ່ເອົາໃຈໃສ່, ຊີ້ນຳສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສົມທົບກັນຢ່າງແໜ້ນແຟ້ນກັບແນວໂຮມປະເທດຊາດ ຫວຽດນາມ.

        ສ່ວນທ່ານ ກວາງຢ໊າງ ໄດ້ຕີລາຄາສູງການພົວພັນສອງພັກ, ສອງລັດ. ກ່ຽວກັບບັນຫາຢູ່ທະເລ, ທ່ານ ກວາງຢ໊າງ ໄດ້ຊີ້ແຈ້ງວ່າການນຳຂັ້ນສູງສອງປະເທດໄດ້ມີຄວາມຮັບຮູ້ລວມ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃນການພົວພັນສອງຝ່າຍນັ້ນອາດສາມາດແກ້ໄຂບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນ, ເພື່ອຮັກສາສະຖຽນລະພາບຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ