ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 10 ສະ​ພາ​ປະ​ຊາ​ຊົນ​ແຂວງ​ດັກ​ນົງ

(VOVWORLD) - ຕອນເຊົ້າວັນທີ 9 ກໍລະກົດ, ທີ່ແຂວງດັກນົງ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 10, ສະພາປະຊາຊົນແຂວງດັກນົງຊຸດທີ III, ອາຍຸການ 2016 – 2021.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 10 ສະ​ພາ​ປະ​ຊາ​ຊົນ​ແຂວງ​ດັກ​ນົງ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນກ່າວຄຳເຫັນທີ່ກອງປະຊຸມ 

ທີ່ວາລະໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດໄດ້ຕີລາຄາສູງອຳນາດການປົກຄອງ ແລະ ປະຊາຊົນແຂວງດັກນົງ ທີ່ໄດ້ມານະພະຍາຍາມ, ສູ້ຊົນຜັນຂະຫຍາຍປະຕິບັດຫຼາຍມາດຕະການຢ່າງຄົບຊຸດ, ບັນລຸໄດ້ໝາກຜົນທີ່ເປັນໜ້າຊື່ນຊົມໃນວຽກງານປ້ອງກັນ,ສະກັດກັ້ນໂລກລະບາດ Covid – 19, ພ້ອມທັງສືບຕໍ່ພັດທະນາເສດຖະກິດສັງຄົມ. ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສະແດງຄວາມຍິນດີຕໍ່ແຂວງດັກນົງ, ເມື່ອ ສວນສາທາລະນະທໍລະນີສາດ ດັກນົງ ໄດ້ຈັດເຂົ້າໃນບັນຊີລາຍຊື່ສວນສາທາລະນະທໍລະນີສາດທົ່ວໂລກ ທີ່ໄດ້ຮັບຮອງຈາກ UNESCO ແລະ ກາຍເປັນສວນສາທາລະນະທໍລະນີສາດທົ່ວໂລກແຫ່ງທີ 3 ຢູ່ຫວຽດນາມ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ມີການເຮັດວຽກກັບຄະນະການນຳແຂວງດັກນົງ. ທີ່ການເຮັດວຽກ, ທ່ານນາງປະທານສະພາແຫ່ງຊາດໄດ້ສະເໜີໃຫ້ການນຳແຂວງເອົາໃຈໃສ່ເຖິງວຽກງານຊົນເຜົ່າ ໂດຍແມ່ນວຽກງານທີ່ສຳຄັນ, ມີຄວາມໝາຍຍຸດທະສາດຂອງທົ່ວພັກ ແລະ ທົ່ວລະບົບການເມືອງ. ດັ່ງນັ້ນ, ຕ້ອງມານະພະຍາຍາມຕັດສິນໃຈປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາບ, ກົດໝາຍວ່າດ້ວຍການສາສະໜາ, ຊົນເຜົ່າໃຫ້ເປັນຢ່າງດີ.

        ໃນໄລຍະຈະມາເຖິງ, ທ່ານນາງປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ທາງແຂວງດັກນົງສືບຕໍ່ ເຊື່ອມຊຶມ, ປະຕິບັດບັນດາມະຕິຂອງພັກ, ສະພາແຫ່ງຊາດ ແລະ ມະຕິຂອງອົງຄະນະພັກແຂວງເພື່ອດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ