ປະທານສະພາແຫ່ງຊາດ ຫງວຽນທິກິມເງິນເຄື່ອນໄຫວຢ້ຽມຢາມກຳປູເຈຍ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນເຄື່ອນໄຫວຢ້ຽມຢາມກຳປູເຈຍ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນໄດ້​ເຂົ້າ​ຢ້ຽມຄຳ​ນັບ​ກະ​ສັດ​ກຳ​ປູ​ເຈຍ ສີ​ຫະ​ໂມ​ນີ


(vovworld)- ຕອນ​ເຊົ້າ​ວັນ​ທີ 28/9, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ແລະ ຜູ້​ຕ່າງ​ໜ້າ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ກຳ​ປູ​ເຈຍ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນໄດ້​ຕີ​ລາ​ຄາ​ສູງ​ຄວາມ​ສຳ​ຄັນ​ຂອງພໍ່​ແມ່​ພີ​ນ້ອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ກຳ​ປູ​ເຈຍ ແລະ ສະ​ເໜີ​ພໍ່​ແມ່​ພີ​ນ້ອງ​ສືບ​ຕໍ່​ເປັນ​ແກ່ນ​ສານ​ຕັ້ງ​ໜ້າ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຫວຽດ​ນາມ-ກຳ​ປູ​ເຈຍ.

     ກ່ອນ​ໜ້ານັ້ນ, ຢູ່​ພະ​ນົມ​ເປັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນໄດ້​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ. ທີ່​ການ​ພົບ​ປະ, 2 ຝ່າຍມີ​ຄວາມ​ຫວັງ​ໃຫ້ 2 ປະ​ເທດ​ຈະ​ແກ້​ໄຂ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​ເພື່ອກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ພັດ​ທະ​ນາ. ພ້ອມ​ກັນ​ນັ້ນ,2 ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ບັນ​ດາ​ກຳ​ມາ​ທິ​ການ​ສະ​ເພາະ​ກິດ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າ​ວ​ສານ, ບົດ​ຮຽນ​ໃນ​ຂົງ​ເຂດ​ນິ​ຕິ​ບັນ​ຍັດ, ຕິດ​ຕາມກວດ​ກາ, ຜ່ານນັ້ນ​ກໍ​ປະ​ກອບ​ສ່ວນ​ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ລວມ ແລະ 2 ສະ​ພາ​ແຫ່ງ​ຊາດເວົ້າ​ສະ​ເພາະ.

    ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 28/6, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນໄດ້​ເຂົ້າ​ຢ້ຽມຄຳ​ນັບ​ກະ​ສັດ​ກຳ​ປູ​ເຈຍ ສີ​ຫະ​ໂມ​ນີ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ກະ​ສັດ​ເອົາ​ໃຈ​ໃສ່​ຊຸກ​ຍູ້​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ກຳ​ປູ​ເຈຍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ກຳ​ປູ​ເຈຍ ​ທຳ​ມາ​ຫາ​ກິນ, ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ ຍາວ​ນານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ກິດ​ຈະ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ກຳ​ປູ​ເຈຍ. ສ່ວນ ກະ​ສັດ​ກຳ​ປູ​ເຈຍ ສີ​ຫະ​ໂມ​ນີໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຂອງທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນພ້ອມ​ດ້ວຍ​ຄະ​ນະ ຈະ​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ສາຍ​ພົວ​ພັນ, ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບລະ​ຫວ່າງ 2 ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ