ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ ແລະ ມາຣົກ

(VOVWORLD) - ຕອນເຊົ້າວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ລາວ. 
ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ  ແລະ ມາຣົກ - ảnh 1ທ່ານນາງ ຫງວຽນທິກິມເງິນ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ

ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ ຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນປະຈຳ, ຕໍ່ເນື່ອງ, ຍືນຍົງ.

        ທ່ານພົນໂທ ແສງນວນ ໄຊຍະລາດ ຕີລາຄາສູງການຮ່ວມມື, ຊ່ວຍເຫຼືອຂອງສະພາແຫ່ງຊາດ ຫວຽດນາມ ສຳລັບສະພາແຫ່ງຊາດ ລາວ. ບັນດາອົງການຂອງສະພາແຫ່ງຊາດ 2 ປະເທດກໍ່ຮ່ວມມືກັນຢ່າງແໜ້ນແຟ້ນເປັນປະຈຳ. ທ່ານຮອງປະທານສະພາແຫ່ງຊາດ ລາວ ຢືນຢັນວ່າ ສະໜັບສະໜູນຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ ຫວຽດນາມ ຈັດຕັ້ງກອງປະຊຸມ APPF 26 ປະສົບຜົນສຳເລັດຢ່າງຈົບງາມ.

ປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຮອງປະທານສະພາແຫ່ງຊາດ ລາວ  ແລະ ມາຣົກ - ảnh 2ທ່ານນາງຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ທ່ານ Mohammed Ouzzine 

        ແລະກໍໍ່ໃນວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ 2 ຮອງປະທານສະພາຕ່ຳລາຊະອານາຈັກ ມາຣົກ ທ່ານ Mohammed Ouzzine ແລະ ທ່ານນາງ Amina Mealainine.

ຕອບກັບ

ຂ່າວ/ບົດ​ອື່ນ