ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບ ປະທານສະພາແຫ່ງຊາດ ລາວ

(VOVWORLD) -ວັນທີ 15 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຢູ່ ສຽມຣຽບ, ກໍາປູເຈຍ. 
ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບ ປະທານສະພາແຫ່ງຊາດ ລາວ - ảnh 1

ການພົບປະລະຫວ່າງປະທານສະພາແຫ່ງຊາດສອງປະເທດ ພ້ອມດ້ວຍຄະນະຜູ້ແທນ (ພາບ: Le Tuyet/VOV)

   ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີແນະຂອງທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ກ່ຽວກັບການເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ, ສະພາປະຊາຊົນສອງປະເທດ. ໃນນັ້ນ, ສະພາແຫ່ງຊາດສອງປະເທດ ໄດ້ເຫັນດີເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນຕາມຫົວເລື່ອງ ຢູ່ແຕ່ລະຂັ້ນ, ແຕ່ລະກໍາມາທິການ, ກຸ່ມສະມາຊິກສະພາແຫ່ງຊາດສອງປະເທດ ແລະ ສະພາປະຊາຊົນ ຢູ່ບາງທ້ອງຖິ່ນ ອາດຈະແບ່ງປັນບົດຮຽນລະອຽດໃນຂົງເຂດການເຄື່ອນໄຫວຂອງຕົນ. ເມື່ອອວຍພອນທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີບົດກ່າວປາໄສ ທີ່ມີຄວາມໝາຍທີ່ສຸດ ໃນວາລະໄຂກອງປະຊຸມ ແອາຊີ - ປາຊີຟິກ ຄັ້ງທີ 27 (APPF 27) ກ່ຽວກັບບັນດາຜົນສໍາເລັດຂອງຫວຽດນາມ ນັບແຕ່ກອງປະຊຸມ APPF 26 ໂດຍສະພາແຫ່ງຊາດຫວຽດນາມ ເປັນປະທານຈັດຕັ້ງ, ທ່ານນາງ ປານີ ຢາທໍ່ຕູ້ ຢັ້ງຢືນວ່າ ໃນຜົນສໍາເລັດລວມຂອງການພົວພັນລະຫວ່າງຫວຽດນາມ - ລາວ ແມ່ນມີການເຂົ້າຮ່ວມອັນສໍາຄັນຂອງສະພາແຫ່ງຊາດສອງປະເທດ. ທ່ານນາງ ປານີ ຢາທໍ່ຕູ້ ປາດຖະໜາວ່າ ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ພັດທະນາການພົວພັນຮ່ວມມືໃຫ້ແທດຈິງ ແລະ ມີປະສິດທິຜົນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ