ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບປະ​ກັບ​ປະ​ທານ​ວຸດ​ທິ​ສະ​ພາ ລ​ໄທ​

(VOVWORLD) -ໃນຂອບເຂດການຢ້ຽມຢາມລາຊະອານາຈັກໄທຢ່າງເປັນທາງການ, ໃນຕອນເຊົ້າວັນທີ 27 ສິງຫາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ມີການພົບປະກັບທ່ານປະທານວຸດທິສະພາ ໄທພອນເພດ ພິຊິດຊົນໄຊ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບປະ​ກັບ​ປະ​ທານ​ວຸດ​ທິ​ສະ​ພາ ລ​ໄທ​ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານວຸດທິສະພາ ໄທ ພອນເພດ ພິຊິດຊົນໄຊ 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ເນັ້ນໜັກວ່າ ອົງການນິຕິບັນຍັດ ຫວຽດນາມ ແລະ ໄທຄວນເພີ່ມທະວີການຮ່ວມມື, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະເທດ. ພ້ອມທັງຊີ້ແຈ້ງວ່າ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີໜ້າທີ່ຮັບຜິດຊອບເພື່ອກໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມສາມັກຄີ ແລະ ພັດທະນາແບບຍືນຍົງ.

        ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ມີຄວາມປາດຖະໜາວ່າ ຫວຽດນາມ ແລະ ໄທເພີ່ມທະວີການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນໃຫ້ຫຼາຍກ່ວາອີກ ເພື່ອເມື່ອມີບັນຫາເກີດຂຶ້ນໃນພາກພື້ນຈະມີສຽງເວົ້າລວມ, ບໍ່ແມ່ນເພືຶຶືຶ່ອຜົນປະໂຫຍດສະເພາະຂອງປະເທດໃດຫາກຍັງແມ່ນຜົນປະໂຫຍດລວມຂອງພາກພື້ນ. ທ່ານນາງປະທານສະພາແຫ່ງຊາດກໍ່ສະເໜີໃຫ້ລັດຖະສະພາໄທ ແລະ ວຸດທິສະພາບັນດາປະເທດສະມາຊິກ AIPA ສະໜັບສະໜູນທັດສະນະຂອງ ຫວຽດນາມໃນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ ຕາມກົດໝາຍສາກົນໂດຍສັນຕິວິທີ. ພ້ອມທັງປາດຖະໜາວ່າ ວຸດທິສະພາໄທຈະແບ່ງປັນບົດຮຽນ, ປະສົບການໃນວິວັດການດຳລົງຕຳແໜ່ງເປັນປະທານ AIPA, ໜູນຊ່ວຍ ຫວຽດນາມ ໃນຖານະຕຳແໜ່ງເປັນປະທານ AIPA ອາຍຸການ 2019 -2020 ຈະມາເຖິງ. ຫວຽດນາມ ແລະ ໄທ ຈະດຳເນີນກອງປະຊຸມຄະນະລັດຖະບານລວມຢູ່ຮ່າໂນ້ຍ. ທ່ານນາງ ຫງວຽນທິກິມເງິນໄດ້ສະເໜີໃຫ້ອົງການນິຕິບັນຍັດສອງປະເທດສະໜັບສະໜູນສອງລັດຖະບານໃນການຮ່ວມມືກັນຢ່າງແໜ້ນແຟ້ນ, ສົມທົບກັນຕິດຕາມກວດກາບັນດາຄຳໝັ້ນສັນຍາ, ເນື້ອໃນການຮ່ວມມືເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບ.

        ສ່ວນທ່ານ ພອນເພດ ພິຊິດຊົນໄຊ ໄດ້ຢັ້ງຢືນວ່າ, ໄທພ້ອມແລ້ວທີ່ຈະແລກປ່ຽນບົດຮຽນ, ປະສົບການກັບ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ ດ້ວຍຈິດໃຈໜູນຊ່ວຍ ຫວຽດນາມປະຕິບັດບົດບາດຂອງຕົນໃຫ້ເປັນຢ່າງດີ. ພ້ອມທັງເນັ້ນໜັກວ່າ ໄທຈະສະໜັບສະໜູນ ຫວຽດນາມໃນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາໃນທະເລ ແລະ ບັນດາຂົງເຂດອື່ນໆ.

        ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ກໍ່ສະເໜີໃຫ້ ທ່ານປະທານວຸດທິສະພາໄດ້ສົນໃຈເຖິງປະຊາຄົມຊາວໄທເຊື້ອສາຍ ຫວຽດນາມ ແລະ ທ່ານປະທານວຸດທິສະພາກໍ່ຢັ້ງຢືນວ່າ ໄທພ້ອມແລ້ວທີ່ຈະຊ່ວຍເຫຼືອພໍ່ແມ່ພີ່ນ້ອງຊາວ ຫວຽດນາມອາໄສຢູ່ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ