ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບປະທານສະພາແຫ່ງຊາດ ລາວ ແລະ ນາຍົກລັດຖະມົນຕີ ລາວ

(VOVWORLD) - ຕອນເຊົ້າວັນທີ 26 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດນະຄອນຫລວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ.ລາວ ໃນລະຫວ່າງວັນທີ 26 – 29 ກັນຍາ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້.
ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບປະທານສະພາແຫ່ງຊາດ ລາວ ແລະ ນາຍົກລັດຖະມົນຕີ ລາວ  - ảnh 1 ທີ່ການພົບປະເຈລະຈາ

        ແລະຕອນບ່າຍໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ 2 ປະເທດດຳເນີນການພົບປະເຈລະຈາ. ທີ່ການພົບປະເຈລະຈາ, ປະທານສະພາແຫ່ງຊາດ 2 ທ່ານນາງໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ  2 ປະເທດໃນໄລຍະຜ່ານມາ ດ້ວຍບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດ, ມີຊີວິດຊີວາ, ເຂົ້າສູ່ລວງເລິກ, ສະແດງໃຫ້ເຫັນຄວາມສະໜິດຕິດພັນນັບມື້ນັບແໜ້ນແຟ້ນລະຫວ່າງ 2 ອົງການນິຕິບັນຍັດ.

        ເມື່ອແລກປ່ຽນກ່ຽວກັບສະພາບທະເລຕາເວັນອອກ, ການນຳ 2 ທ່ານນາງໄດ້ເຫັນດີເປັນເອກະພາບຕໍ່ທັດສະນະ, ຄວນປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນທະເລຕາເວັນອອກ; ຢຶດໝັ້ນແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍວ່າດ້ວຍທະເລປີ 1982; ປະຕິບັດ “ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ” (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ວິວັດທະນາການສ້າງ “ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ” (COC) ເພື່ອຜົນປະໂຫຍດລວມຂອງທັງພາກພື້ນ ອາຊຽນ ແລະ ສັນຕິພາບ, ສະຖຽນລະພາບໃນໂລກ.

        ກ່ຽວກັບກິດຈະກຳຫໍສະພາແຫ່ງຊາດ ລາວ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ 2 ຝ່າຍຄວນສືບຕໍ່ສົມທົບກັນຕິດຕາມກວດກາການຜັນຂະຫຍາຍໂຄງການກໍ່ສ້າງຫໍສະພາແຫ່ງຊາດ ລາວ ຢ່າງແໜ້ນແຟ້ນ ເພື່ອໃຫ້ຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມອບໃຫ້ ລາວ ສົມເປັນສັນຍາລັກແຫ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ.

ປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບປະທານສະພາແຫ່ງຊາດ ລາວ ແລະ ນາຍົກລັດຖະມົນຕີ ລາວ  - ảnh 2ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ 

        ແລະກໍ່ໃນຕອນບ່າຍຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ທີ່ການພົບປະ, ການນຳ 2 ທ່ານໄດ້ຕີລາຄາການພົວພັນລະຫວ່າງ 2 ປະເທດນັບມື້ນັບບັນລຸໄດ້ໝາກຜົນຕັ້ງໜ້າຫລາຍຢ່າງ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຢືນຢັນວ່າ: ຈະສືບຕໍ່ສະໜັບສະໜູນ, ສົມທົບ, ຮ່ວມມືຢ່າງແໜ້ນແຟ້ນ ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ ແລະ ປະທານສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ໃມປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ