ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ສະຖາບັນ ການເມືອງ ແລະ ການປົກຄອງແຫ່ງ ຊາດລາວ

ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ສະຖາບັນ ການເມືອງ ແລະ ການປົກຄອງແຫ່ງ ຊາດລາວ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ໂອ້​ລົມ​ກັບ​ຄະນະ​ການນຳ,
 ຄູ່ອາຈານສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ລາວ
( ພາບ: nguyensinhhung.net )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 5/7 ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​​ກຸງເກົ່າຫຼວງ​ພະ​ບາງ, ພົບ​ປະ​ສະມາຄົມ​ຊາວ​ຫວຽດນາມ ​ແລະ ພະນັກງານ​, ພາລະ​ກອນ​ກົງສູນ​ໃຫຍ່​ຫວຽດນາມ ປະຈຳຫຼວງ​ພະ​ບາງ. ກ່ອນໜ້ານັ້ນ, ວັນ​ທີ 4/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ຄະນະ​ການນຳ, ຄູ່ອາຈານ, ພະນັກງານ​ຄົ້ນຄວ້າ ​ແລະ ໝູ່​ນັກສຶກສາ​ຂອງ​ສະ​ຖາ​ບັນ​ການ​ເມືອງ ​ແລະ ການ​ປົກຄອງ​ລາວ. ນະ​ທີ່​ນີ້, ທ່ານ​ປະທານສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ເນັ້ນ​ໜັກ​ວ່າ ລາວ ​ມີ​ປະສົບ​ການ​​ທີ່​​ລ້ຳຄ່າ​ຫຼາຍ​ຢ່າງ​ໃນ​ວຽກ​ງານ​ສ້າງ​ອຳນາດ​ການ​ປົກຄອງກະທັດ​ລັດ, ມີ​ປະສິດທິ​ຜົນ. ​ໃນ​ໄລຍະ​ແຫ່ງ​ການ​ພັດທະນາ​ຄື​ປະຈຸ​ບັນ, ​ເລື່ອງ​ສືບ​ຕໍ່​ເພີ່ມ​ທະວີ, ພັດທະ​ນາສາ​ຍພົບ​ພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ບໍ່ພຽງ​ແຕ່​ແມ່ນຄວາມຮຽກຕ້ອງການ​ໃນ​ການຮ້ອງ​ພັດທະນາ​ຢ່າງ​ພາວະ​ວິ​ໄສ​ເທົ່າ​ນັ້ນ,​ ຫາກ​ຍັງ​ແມ່ນ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ແມ່ນ​ຄວາມ​ຮັບຜິດ​ຊອບ​ຂອງ​ສອງ​ພັກ, ສອງ​ລັດ ທັງ​ແມ່ນ​ປັດໃຈ​ຮັບປະກັນ​ຜົນສຳ​ເລັດ​ໃນ​ກິດ​ຈະ​ການ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ​ເຊື່ອມ​​ໂຍງເຂົ້າ​ກັບ​ສາກົນ​ຂອງ​ແຕ່ລະ​ປະ​ເທດ​ອີກ​ດ້ວຍ. ​ແລະກໍ່​ຢູ່​ທີ່​ການ​ໂອ້​ລົ​ມສົນທະນາ, ປະທານ​ສະພາ​ແຫ່ງ​ຊາດ​ຍັງ​ແລກປ່ຽນ​ບົດຮຽນ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິ​ບັດ​ນຍັດ​ສັງຄົມ​ນິຍົມ ​ເຊິ່ງ​ໄດ້​ຮັບ​ການ​ຖອດ​ຖອນ​ມາ​ໄດ້​ນັບ​ແຕ່​ຂະ​ບວນວິວັດ​ແຫ່ງ​ການ​ປ່ຽນ​ໃໝ່​ມາ​ຮອດ​ປະຈຸ​ບັນ.

ທີ່​ການ​ພົບ​ປະ​ກັບ​ການ​ນຳພັກ, ອຳນາດ​ການ​ປົກຄອງ​​ແຂວງ​ຫຼວງ​ພະ​ບາງ ​ໃນ​ຕອນ​ບ່າຍ​ວັນ​ທີ 4/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ​​ເນັ້ນ​ໜັກ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ພັກ​ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃນ​ຊຸມ​ປີຜ່ານມາ ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າ​ງຈົບງາມ; ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​, ການ​ຮ່ວມ​ມື​ທາງ​ດ້ານ​ການ​ລົງທຶນ ​ແລະ ການ​ຄ້າ​ແມ່ນ​ມີ​ປະສິດທິ​ຜົນ, ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ພັດທະນາ ​ແລະ ກໍ່ສ້າງ​ເສດຖະກິດ, ສັງຄົມ​ຢູ່​ແຕ່ລະ​ປະ​ເທດ. ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມຕັດສິນ​ໃຈ​ຂອງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ຫວຽດນາມ -ລາວ ຈະ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕອບສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ນີ້​ແມ່ນ​ພື້ນຖານ​ສຳຄັນ​ໃຫ້​ແກ່​ການ​ສືບ​ຕໍ່​ຍູ້​​ແຮງ​ການ​ຮ່ວມ​ມື​ກວ່າ​ອີກ​ ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນຂອງ​ລາວ ​ແລະ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.     

 ຕອນ​ບ່າຍ​ວັນ​ທີ 5/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ເດີນທາງ​ກັບ​ເມື່ອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ລາວ​ ຢ່າງ​ເປັນ​ທາງ​ການ.

ຂ່າວ/ບົດ​ອື່ນ