ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບ EP

(VOVWORLD) -   ການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາ ເອີຣົບ ເພື່ອແນໃສ່ສືບຕໍ່ປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ EU/EP; ຊຸກຍູ້ການຮ່ວມມືຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

ພາຍຫລັງສິ້ນສຸດການຢ້ຽມຢາມ ສ.ຝຣັ່ງ ຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດ ບຣຸກແຊນ, ປະເທດ ແບນຊິກ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາ ເອີຣົບ (EP).

ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບ EP - ảnh 1 ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບ EP

        ການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາ ເອີຣົບ ເພື່ອແນໃສ່ສືບຕໍ່ປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ EU/EP; ຊຸກຍູ້ການຮ່ວມມືຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

        ການຢ້ຽມຢາມ ແລະ ເຮັດວຽກກໍ່ເພື່ອແນໃສ່ແລກປ່ຽນບົດຮຽນກ່ຽວກັບວຽກງານສ້າງກົດໝາຍໃນບັນດາຂົງເຂດໃໝ່ຄື: ຮັກສາຄວາມປອດໄພຂໍ້ມູນສ່ວນຕົວ, ວິວັດທະນາການເຂົ້າຮ່ວມບັນດາສົນທິສັນຍາຂອງ ILO.

        ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາ ເອີຣົບ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບປະທານສະພາສູງ, ປະທານສະພາຕ່ຳ, ລັດຖະມົນຕີ - ປະທານເຂດ Wallonie ຂອງປະເທດ ແບນຊິກ ເພື່ອແລກປ່ຽນກ່ຽວກັບການພົວພັນຮ່ວມມືລະຫວ່າງ 2 ປະເທດ ແລະ ລັດຖະສະພາ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ