ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ

(VOVWORLD) - ຖ້າຫາກພໍ່ແມ່ປະຊາຊົນຢູ່ ແບນຊິກ ປະສົບກັບຄວາມຫຍຸ້ງຍາກ, ມີຂໍ້ຕິດຂັດ ຫຼື ຢາກແບ່ງປັນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາ ຂໍ້ສະເໜີໃດຕໍ່ພັກ ແລະ ລັດນັ້ນ ກໍ່ສາມາດສ່ອງແສງຜ່ານສະຖານທູດ, ຜ່ານຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຂອງກະຊວງການຕ່າງປະເທດ ຫວຽດນາມ.
ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ - ảnh 1 ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ

ຕອນບ່າຍວັນທີ 04 ເມສາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ, ຄະນະປະຕິບັດງານ ຫວຽດນາມ ປະຈຳ ອີຢູ ແລະ ພົບປະສັງສັນກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນຢູ່ ແບນຊິກ. ເມື່ອໂອ້ລົມກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ແບນຊິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ:

        ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບຊາວ ຫວຽດນາມ ອາໄສຢູ່ ແບນຊິກ, ອາດເວົ້າໄດ້ວ່າ ນີ້ແມ່ນປະຊາຄົມທີ່ມີຄວາມສາມັກຄີ, ຍາມໃດກໍ່ອ່ວາຍໜ້າໄປຫາບ້ານເກີດເມືອງນອນ, ປະເທດຊາດ ແລະ ຕິດພັນກັບສະຖານທູດ. ພໍ່ແມ່ປະຊາຊົນຢູ່ ແບນຊິກ ມີຄວາມອຸ່ນອ່ຽນໃຈ ຍ້ອນວ່າ ສະຖານທູດແມ່ນຊາຍຄາລວມຂອງຊາວ ຫວຽດນາມ ອາໄສຢູ່ ແບນຊິກ. ຖ້າຫາກພໍ່ແມ່ປະຊາຊົນຢູ່ ແບນຊິກ ປະສົບກັບຄວາມຫຍຸ້ງຍາກ, ມີຂໍ້ຕິດຂັດ ຫຼື ຢາກແບ່ງປັນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາ ຂໍ້ສະເໜີໃດຕໍ່ພັກ ແລະ ລັດນັ້ນ ກໍ່ສາມາດສ່ອງແສງຜ່ານສະຖານທູດ, ຜ່ານຄະນະກຳມະການຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຂອງກະຊວງການຕ່າງປະເທດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ