ປະທານສະພາແຫ່ງຊາດ ຫວຽດນາມ ອວຍພອນປີໃໝ່ປະຊາຊົນເຂດຊາຍແດນແຂວງ ຮ່າຢາງ

(VOVWORLD) - ຕອນເຊົ້າວັນທີ 27 ມັງກອນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດທີ່ເສົົາທຸງ ຫລູງກູ໋, ຕາແສງ ຫລູງກູ໋ ເມືອງ ດົ່ງວັນ ແຂວງ ຮ່າຢາງ. 
ປະທານສະພາແຫ່ງຊາດ ຫວຽດນາມ ອວຍພອນປີໃໝ່ປະຊາຊົນເຂດຊາຍແດນແຂວງ ຮ່າຢາງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຫລູງກູ໋ 

ທີ່ປ້ອມປ້ອງກັນຊາຍແດນ ຫລູງກູ໋, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຂອງຂວັນປີໃໝ່ໃຫ້ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຫລູງກູ໋ ແລະ ພໍ່ແມ່ປະຊາຊົນເມືອງ ດົ່ງວັນ.

        ໃນການໂອ້ລົມກັບພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຫລູ໋ງກູ໋, ທ່ານນາງປະທານສະພາແຫ່ງຊາດ ຕີລາຄາສູງຄວາມມານະພະຍາຍາມຂອງໝູ່ຄະນະພັກ, ກອງບັນຊາການ ແລະ ພະນັກງານ, ນັກຮົບກົມກອງທັງໝົດ. ທ່ານນາງປະທານສະພາແຫ່ງຊາດຮຽກຮ້ອງກົມກອງສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນປີ 2017, ສຸມໃສ່ຜັນຂະຫຍາຍປະຕິບັດວຽກງານກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຜັນຂະຫຍາຍບັນດາມາດຕະການວຽກງານປ້ອງກັນຊາຍແດນຢ່າງຄົບຊຸດ, ເປັນເຈົ້າການກຳແໜ້ນສະພາບການ, ປົກປັກຮັກສາອະທິປະໄຕຄວາມສະຫງົບປອດໄພຊາຍແດນໄວ້ຢ່າງໝັ້ນຄົງ.

        ແລະກໍ່ໃນຕອນເຊົ້າ, ທ່ານນາງປະທານສະພາແຫ່ງຊາດໄດ້ມອບຂອງຂວັນປີໃໝ່ໃຫ້ຄອບຄົວທຸກຍາກຕາແສງ ມາແລ ແລະ ຕາແສງ ຫລູງກູ໋, ເມືອງ ດົ່ງວັນ.

ຕອບກັບ

ຂ່າວ/ບົດ​ອື່ນ