ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ “ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ)

(VOVWORLD) -ຕອນບ່າຍວັນທີ 26 ສິງຫາ, ຢູ່ຫໍສະພາແຫ່ງຊາດ ,ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມ, ເປັນປະທານກອງປະຊຸມສຳມະນາ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ “ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ) - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: TTXVN)

ການຈັດຕັ້ງກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ລະດົມ, ເສີມຂະຫຍາຍບົດບາດ, ພູນປັນຍາ ຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງ, ຜູ້ມີບົດຮຽນປະສົບການຕົວຈິງ ໃນຫຼາຍຂົງເຂດເຂົ້າຮ່ວມປະກອບຄຳເຫັນ, ປັງປຸງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໃຫ້ສົມບູນແບບ, ໃນນັ້ນສຸມໃສ່ການປຶກສາຫາລື, ເຂົ້າຮ່ວມການປະກອບຄຳເຫັນເພື່ອແນໃສ່ເຮັດໃຫ້ແຈ້ງພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງຂອງ ການປັບປຸງກົດໝາຍວ່າດ້ວຍທີ່ດິນ, ຮັບປະກັນຫັນທັດສະນະ, ແນວທາງ, ແຜນນະໂຍບາຍຂອງ ພັກ ເປັນລະບອບລະບຽບການຢ່າງຖືກຕ້ອງ, ເປັນຕົ້ນແມ່ນມະຕິສະບັບເລກທີ 18 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ແລະ ຂໍ້ກຳນົດຂອງລັດຖະທຳມະນູນ 2013 ທີ່ກ່ຽວຂ້ອງເຖິງຂົງເຂດທີ່ດິນ, ເຮັດເປັນພື້ນຖານໃຫ້ແກ່ການປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍທີ່ດິນ 2013. ຕາມການຄາດຄະເນແລ້ວ, ພາຍຫຼັງສະພາແຫ່ງຊາດປຶກສາຫາລື, ປະກອບຄຳເຫັນຄັ້ງທຳອິດຢູ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ XV (ເດືອນຕຸລາ 2022), ຄະນະປະຈຳສະພາແຫ່ງຊາດ ຈະສົມທົບກັບລັດຖະບານເພື່ອຈັດຕັ້ງການທາບທາມ ຄຳເຫັນຂອງປະຊາຊົນກ່ຽວກັບຮ່າງກົດໝາຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ