ປະທານສະພາແຫ່ງຊາດ ຫວຽດນາມ ເດີນທາງເຂົ້າຮ່ວມ IPU 137

(VOVWORLD) - ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ນຳໜ້າອອກຈາກ ຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 137 (IPU-137) 
ປະທານສະພາແຫ່ງຊາດ ຫວຽດນາມ ເດີນທາງເຂົ້າຮ່ວມ IPU 137 - ảnh 1 ທ່ານນາງ ຫງວຽນທິກີມເງິນ ໄປຮອດສະຫະພັນ ລັດເຊຍ

ຕອນເຊົ້າວັນທີ 14 ຕຸລາ, ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ Saber Chowdhury, ທ່ານປະທານສະພາສະຫະພັນ ລັດເຊຍ Valentina Ivanovna Matviyenko ແລະ ທ່ານປະທານ ດູມາ ແຫ່ງຊາດສະຫະພັນ ລັດເຊຍ Vyacheslav Volodin, ທ່ານປະທານສະພາສູງສາທາລະນະລັດ ກາຊັກສະຖານ Kassym Zhomart Tokayev ແລະ ທ່ານປະທານສະພາຕ່ຳສາທາລະນະລັດ ກາຊັກສະຖານ Nurlan Nigmatulin, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ນຳໜ້າອອກຈາກ ຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 137 (IPU-137) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ Saint Peterbourg ສະຫະພັນ ລັດເຊຍ ແຕ່ວັນທີ 14 – 15 ຕຸລາ 2017, ຢ້ຽມຢາມ ກາຊັກສະຖານ ຢ່າງເປັນທາງການແຕ່ວັນທີ 16 – 18 ຕຸລາ 2017.

        ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 137 ໄດ້ຢືນຢັນຄວາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວການທູດລັດຖະສະພາຫລາຍຝ່າຍຂອງ ຫວຽດນາມ; ສືບຕໍ່ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງສະພາແຫ່ງຊາດ ຫວຽດນາມ ຢູ່ເວທີປາໄສສະຫະພັນລັດຖະສະພາສາກົນ. ພາຍຫລັງເຂົ້າຮ່ວມ IPU 137 ແລ້ວ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ນຳໜ້າຈະໄປຢ້ຽມຢາມ ກາຊັກສະຖານ ຢ່າງເປັນທາງການ. ນີ້ເປັນຄັ້ງທຳອິດ ທີ່ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ກາຊັກສະຖານ ຢ່າງເປັນທາງການ. ການຢ້ຽມຢາມເພື່ອແນໃສ່ສືບຕໍ່ປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ. ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ກາຊັກສະຖານ ໃນບັນດາຂົງເຂດຄື ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ວັດທະນະທຳການສຶກສາ.

  7 ໂມງ (ຕາມເວລາທ້ອງຖິ່ນ), ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ນຳໜ້າເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 137 (IPU-137) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ Saint Peterbourg ສະຫະພັນ ລັດເຊຍ ໄດ້ໄປຮອດສະໜາມບິນ Pulkuvo ນະຄອນ Saint Peterbourg ສະຫະພັນ ລັດເຊຍ ເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IPU-137.

ຕອບກັບ

ຂ່າວ/ບົດ​ອື່ນ