ປະທານສະພາແຫ່ງຊາດ ຫວຽດນາມ ເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ ຢ່າງເປັນທາງການ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ V.Matvienko ປະທານສະພາສະຫະພັນ ລັດເຊຍ, ທ່ານ V.Volodin ປະທານ Duma ແຫ່ງຊາດສະຫະພັນ ລັດເຊຍ, ທ່ານ Mikhail Myasnikovich ປະທານສະພາ ສ.ເບລາຣຸດ, ທ່ານ Vladimir Andreichenko ປະທານສະພາຜູ້ແທນສະພາແຫ່ງຊາດ,

 ວັນທີ 08 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ອອກຈາກ ຮ່າໂນ້ຍ ເດີນທາງໄປຢ້ຽມຢາມສະຫະພັນ ລັດເຊຍ ແຕ່ວັນທີ 08-11 ທັນວາ 2019 ແລະ ສ.ເບລາຣຸດ ແຕ່ວັນທີ 12 – 14 ທັນວາ 2019 ຢ່າງເປັນທາງການ.

        ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມລັດຖະສະພາຂອງສະພາແຫ່ງຊາດສະຫະພັນ ລັດເຊຍ ກ່ຽວກັບຈຸດປະສົງຂອງການຢ້ຽມຢາມ ແລະ ການພົວພັນລະຫວ່າງ 2 ປະເທດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ການຢ້ຽມຢາມມີຄວາມໝາຍສຳຄັນ ແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ກ່ວາອີກ, ພ້ອມທັງ ເພີ່ມທະວີການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ