ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດ ຝລັ່ງ ປະຈຳຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຝະລັ່ງປະຈຳຫວຽດນາມ Nicolas Warnery ເຂົ້າຢ້ຽມອຳລາເນື່ອງໃນໂອກາດກະກຽມ ສິ້ນສຸດ ອາຍຸການປະຕິບັດງານຢູ່ຫວຽດນາມ
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ຕ້ອນຮັບເອກອັກຄະລັດຖະທູດ ຝລັ່ງ ປະຈຳຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ແລະ ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳຫວຽດນາມ Nicolas Warnery

      ທ່ານປະທານສະພາແຫ່ງຊາດ  ໄດ້ຊົມເຊີຍ ທ່ານເອກອັກຄະລັດຖະທູດ ທີ່ໄດ້ເຮັດສຳເລັດໜ້າທີ່ ການງານໃນອາຍຸການປະຕິບັດງານ.   ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ປາດຖະໜາວ່າ ຫວຽດນາມ ແລະ ຝລັ່ງ ສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ. ສອງຝ່າຍສືບຕໍ່ສົມທົບກັນເພື່ອຍູ້ໄວຄວາມຄືບໜ້າກໍ່ສ້າງໃຫ້ສຳເລັດ ແລະ ນຳເຂົ້າໃຊ້ການສຳລັບເສັ້ນທາງລົດໄຟຕົວເມືອງ ໂຫຍນ-ສະຖານີລົດໄຟຮ່າໂນ້ຍໂດຍໄວ; ຍູ້ແຮງໂຄງການບູລະນະ ແລະ ປະຕິສັງຂອນ ຂົວລອງບຽນ ໃຫ້ກາຍເປັນຂົວຍ່າງຢູ່ຮ່າໂນ້ຍ.

      ສ່ວນທ່ານເອກອັກຄະລັດຖະທູດຝະລັ່ງ Nicolas Warnery ສະແດງຄວາມປິຕິຊົມຊື່ນ ໃນເວລາເຮັດວຽກຢູ່ຫວຽດນາມ, ເຖິງວ່າ 2 ປະເທດໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກຍ້ອນ ພະຍາດໂຄວິດ-19 ກໍຂຶ້ນກໍ່ຕາມ, ແຕ່ສອງປະເທດ ລ້ວນແຕ່ມີການກະທຳອັນສູງສົ່ງເພື່ອໜູນຊ່ວຍ ເຊິ່ງກັນ ແລະ ກັນ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ແລະ ຍັງຄົງຮັກສາການພົບປະສອງຝ່າຍໂດຍເຊິ່ງໜ້າ ແລະ ຜ່ານທາງອອນລາຍ ລະຫວ່າງການນຳຂັ້ນສູງ, ກະຊວງ, ຂະແໜງການ. ທ່ານເອກອັກຄະລັດຖະທູດ Nicolas Warnery ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ກຸ່ມ ສສຊມິດຕະພາບຝະລັ່ງ - ຫວຽດນາມ ປະຈຳສະພາສູງ ຝະລັ່ງ ຈະມາຢ້ຽມຢາມ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາກຸ່ມ ສສຊ 2 ປະເທດ ກໍ່ຄືຊອກຮູ້ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ