ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ຮັບ​ຜິດ​ຊອບ​ດ້ານ​ການ​ເງິນ​ຂອງ​ບໍ​ລິ​ສັດ Samsung Electronics

(VOVWORLD) -ສະພາແຫ່ງຊາດ ຫວຽດນາມ, ລັດຖະບານ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງການປັບປຸງສະພາບແວດລ້ອມລົງທຶນດຳເນີນທຸລະກິດ, ເພີ່ມທະວີກຳລັງຄວາມສາມາດແກ້ງແຍ້ງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກລົງທຶນດຳເດີນທຸລະກິດເປັນໄລຍະຍາວ ແລະ ສະດວກທີ່ສຸດຢູ່ ຫວຽດນາມ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ຮັບ​ຜິດ​ຊອບ​ດ້ານ​ການ​ເງິນ​ຂອງ​ບໍ​ລິ​ສັດ Samsung Electronics - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບ ແລະ ໂອ້ລົມກັບການນຳບໍລິສັດ Samsung Electronics (ພາບ: VOV)

ຕອນບ່າຍວັນທີ 28 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Park Hark Kyu, ຜູ້ອຳນວຍການໃຫຍ່ຮັບຜິດຊອບດ້ານການເງິນຂອງບໍລິສັດ Samsung Electronics, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຫວັງວ່າ Samsung ຈະສືບຕໍ່ລົງທຶນໄລຍະຍາວ ແລະ ພັດທະນາຢູ່ ຫວຽດນາມ; ພ້ອມທັງຢັ້ງຢືນວ່າ, ສະພາແຫ່ງຊາດ ຫວຽດນາມ, ລັດຖະບານ ຫວຽດນາມ ຍາມໃດກໍເອົາໃຈໃສ່ເຖິງການປັບປຸງສະພາບແວດລ້ອມລົງທຶນດຳເນີນທຸລະກິດ, ເພີ່ມທະວີກຳລັງຄວາມສາມາດແກ້ງແຍ້ງ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດານັກລົງທຶນດຳເດີນທຸລະກິດເປັນໄລຍະຍາວ ແລະ ສະດວກທີ່ສຸດຢູ່ ຫວຽດນາມ.

        ສ່ວນທ່ານ Park Hark Kyu ເນັ້ນໜັກວ່າ Samsung ສາມາດລົງທຶນໄລຍະຍາວ ແລະ ສືບຕໍ່ບັນລຸຜົນສຳເລັດຢູ່ ຫວຽດນາມ ໄດ້ ກໍຍ້ອນໄດ້ຮັບການຊ່ວຍເຫຼືອ, ອຳນວຍຄວາມສະດວກຂອງສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ຊຶ່ງໄດ້ສ້າງສະພາບແວດລ້ອມລົງທຶນທີ່ດີທີ່ສຸດສຳລັບວິສາຫະກິດ. ໃນໄລຍະຈະມາເຖິງ, ທາງວິສາຫະກິດຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດ ເພື່ອກາຍເປັນວິສາຫະກິດລົງທຶນໃຫຍ່ສຸດ ແລະ ຍາວນານຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ