ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ

(VOVWORLD) - ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊົມເຊີຍແຜນນະໂຍບາຍຍົກລະດັບກົນໄກຮ່ວມມືຂັ້ນສະພາແຫ່ງຊາດ 3 ປະເທດ ແລະ ຖືວ່າ, ໝາກຜົນນີ້ບໍ່ພຽງແຕ່ຊ່ວຍໃຫ້ການພົວພັນສອງຝ່າຍຂອງແຕ່ລະປະເທດດີງາມກ່ວາອີກ ຫາກຍັງເພີ່ມທະວີຊ່ອງທາງການຮ່ວມມືລັດຖະສະພາກ່ວາອີກ
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຜູ້ແທນຂອງສະພາແຫ່ງຊາດ ລາວ ແລະ ກຳປູເຈຍ

ຕອນເຊົ້າວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບ ທ່ານ ສັນຍາ ປຣະເສີດ, ຫົວໜ້າກຳມາທິການການຕ່າງປະເທດ, ສະພາແຫ່ງຊາດ ສປປ ລາວ, ທ່ານ Sous Yara, ຫົວໜ້າກຳມາທິການການຕ່າງປະເທດ, ການຮ່ວມມືສາກົນ, ຂໍ້ມູນຂ່າວສານ ແລະ ສື່ສານ, ສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ, ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມປຶກສາຫາລືລະຫວ່າງກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຊົມເຊີຍແຜນນະໂຍບາຍຍົກລະດັບກົນໄກຮ່ວມມືຂັ້ນສະພາແຫ່ງຊາດ 3 ປະເທດ ແລະ ຖືວ່າ, ໝາກຜົນນີ້ບໍ່ພຽງແຕ່ຊ່ວຍໃຫ້ການພົວພັນສອງຝ່າຍຂອງແຕ່ລະປະເທດດີງາມກ່ວາເກົ່າ ຫາກຍັງເພີ່ມທະວີຊ່ອງທາງການຮ່ວມມືລັດຖະສະພາກ່ວາອີກ; ພິເສດແມ່ນໃນຂົງເຂດພັດທະນາເສດຖະກິດ - ສັງຄົມ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ກໍ່ຄືເພີ່ມທະວີກົນໄກສົມທົບກັນໃນຂອບເຂດເວທີປາໄສພາກພື້ນ ແລະ ສາກົນ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ແລະ ໃນນາມສ່ວນຕົວ ພ້ອມແລ້ວທີ່ຈະສ້າງເງື່ອນໄຂເພື່ອໃຫ້ກຳມາທິການການຕ່າງປະເທດຂອງ 3 ສະພາແຫ່ງຊາດ ເພີ່ມທະວີ, ແບ່ງປັນບົດຮຽນປະສົບການເພື່ອປະຕິບັດວຽກງານການຕ່າງປະເທດຂອງສະພາແຫ່ງຊາດ 3 ປະເທດໃຫ້ເຫັນຢ່າງດີ, ປະກອບສ່ວນເຂົ້າໃນການປະຕິບັດພາລະບົດບາດ, ໜ້າທີ່ຂອງສະພາແຫ່ງຊາດ ກ່ຽວກັບວຽກງານນິຕິບັນຍັດ, ຕິດຕາມກວດກາສູງສຸດທີ່ໄດ້ຕັດສິນບັນຫາສຳຄັນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ